ຍົກ​ວົງ​ເງິນ​ນຳ​ເຂົ້າ - ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ ​ຫວຽດ​ນາມ - ອາ​ເມ​ລິ​ກາ

(VOVWORLD) -ທີ່ການເຮັດວຽກລະຫວ່າງກະຊວງກະສິກຳ - ພັດທະນາຊົນນະບົດຫວຽດນາມ ແລະ ສະຖານທູດ ອາເມລິກາ ກ່ຽວກັບການຊຸກຍູ້ການນຳເຂົ້າຜະລິດຕະພັນກະເສດຈາກ ອາເມລິກາ ເຊິ່ງໄດ້ດຳເນີນໃນຕອນບ່າຍວັນທີ 14 ກັນຍາ, ຢູ່ຮ່າໂນ້ຍ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ສືບຕໍ່ແກ້ໄຂບັນດາຂໍ້ຕິດຄັດກ່ຽວກັບພາສີ ກໍຄື ເວລາກວດສອບສຸຂະອະນາໄມກ່ອນນຳເຂົ້າສິນຄ້າ ເພື່ອຊຸກຍູ້ການປະຕິບັດຄຳໝັ້ນສັນຍາລະຫວ່າງສອງຝ່າຍ.
ຍົກ​ວົງ​ເງິນ​ນຳ​ເຂົ້າ - ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ ​ຫວຽດ​ນາມ - ອາ​ເມ​ລິ​ກາ - ảnh 1ການເຮັດວຽກລະຫວ່າງກະຊວງກະສິກຳ - ພັດທະນາຊົນນະບົດຫວຽດນາມ ແລະ ສະຖານທູດ ອາເມລິກາ (ພາບ:BNEWS/TTXVN) 

         ທ່ານ ຫງວຽນໂດະແອັງຕວ໊ນ, ຫົວໜ້າກົມຮ່ວມມືສາກົນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ, ໃຫ້ຮູ້ວ່າ ການຄ້າ ແລະ ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ຂອງ ຫວຽດນາມ ໄປຍັງ ອາເມລິກາ ນັບມື້ນັບເພີ່ມຂຶ້ນ, ມີບາງໄລຍະໃນປີ, ອາເມລິກາ ໄດ້ກາຍເປັນຕະຫຼາດສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ໃຫຍ່ທີ່ສຸດຂອງຫວຽດນາມ. ທ່ານກ່າວວ່າ:

        “ກະຊວງກະສິກຳ ຈະສືບຕໍ່ເຮັດວຽກກັບບັນດາອົງການຮັບຜິດຊອບດ້ານເຕັກນິກວິຊາສະເພາະ ຂອງ ອາເມລິກາ ຢ່າງແໜ້ນແຟ້ນ ເພື່ອເຮັດແນວໃດໃຫ້ບັນດາລະບຽບການກ່ຽວກັບການກວດສອບສຸຂະອະນາໄມລະຫວ່າງ 2 ຝ່າຍ ນັບມື້ນັບສະດວກ ແລະ ຖືກຕ້ອງຕາມທຳນຽມສາກົນ.”

        ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືດ້ານການຄ້າແຖວໜ້າຂອງຫວຽດນາມ, ພິເສດແມ່ນການຄ້າຜະລິດຕະພັນກະເສດໄດ້ມີການເຕີບໂຕຢ່າງຕໍ່ເນື່ອງໃນຊຸມປີຜ່ານມາ, ບັນລຸລະດັບເກືອບ 30%. 7 ເດືອນຜ່ານມາ, ວົງເງິນການຄ້າສອງຝ່າຍບັນລຸກວ່າ 47 ຕື້ USD.


ຕອບກັບ

ຂ່າວ/ບົດ​ອື່ນ