ຍົກສູງກຳລັງຄວາມສາມາດນຳພາແລະກຳລັງຕໍ່ສູ້ເພື່ອສຳເລັດພາລະກຳນຳພາປະເທດຊາດ

ຍົກສູງກຳລັງຄວາມສາມາດນຳພາແລະກຳລັງຕໍ່ສູ້ເພື່ອສຳເລັດພາລະກຳນຳພາປະເທດຊາດ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ
(ພາບປະກອບ)

(vovworld) – ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ນຳພາ​ ແລະ​ ກຳລັງ​ຕໍ່ສູ້​ເພື່ອສຳເລັດພາລະກຳນຳພາ​ປະ​ເທດ​ຊາດ ​- ​ນີ້ແມ່ນ​ຄຳ​ຢືນຢັນ​ຂອງທ່ານ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໃນ​ການ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ VOV ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ ປີ​ມະ​ເມຍ 2014. ຕາມ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແລ້ວ, ກຳລັງ​ແຮງ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ແມ່ນ​ສາຍສຳພັນ​ເລືອດ​ເນື້ອ​ກັບ ປະຊາຊົນ, ກໍ່​ຄື​ກຳລັງ​ແຮງ​ຂອງ​ປະຊາຊົນ​ແມ່ນ​ເລີ່​ມມາ​ຈາກ​ການ​ນຳພາ​ຂອງ​ພັກ. ທ່ານ​ຢືນຢັນ​ວ່າ:

        “ພັກ​ຕ້ອງ​ຢູ່​ໃຕ້​ການ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ, ຮັບ​ຟັງ​ຄຳ​ເຫັນ​ຈາກປະຊາຊົນ, ມີ​ຄວາມ​ຜູກ​ພັນ​ຢ່າງ​ສະໜິດແໜ້ນ​ກັບ​ປະຊາຊົນ. ​ເຮັດ​​ໄດ້​ຄື​ແນວ​ນັ້ນ​ຈຶ່ງ​ສົມ​ເປັນ​ຜູ້ນຳ​, ຜູ້​ຈັດ​ຕັ້ງ​ທຸກໆ​ໄຊຊະ​ນະ​ຂອງ​ການ​ປະຕິ​ວັດ ຫວຽດນາມ, ​ແມ່ນ​ຜູ້ນຳ​ພາ​ສັງຄົມ, ນຳພາ​ລັດ, ນຳພາ​ປະຊາຊົນ, ສົມ​ເປັນ​ກອງ​ກຳລັງປະ​ຈັບ​ບານ​ຂອງ​ຊົນ​ຊັ້ນກຳມະກອນ, ພ້ອມ​ທັງ​ເປັນ​ກອງ​ກຳລັງປະຈັນ​ບານຂອງ​ຊາວຜູ້​ອອກ​ແຮງ​ງານ ​ແລະ ທົ່ວ​ປວງ​ຊົນທັງ​ຊາດ, ​ແມ່ນ​ຜູ້​ແທນ​ທີ່​ຈົ່ງ​ຮັກ​ພັກດີ​​ໃຫ້​ແກ່​ຜົນ​ປະ​ໂຫຍ​ດຂອງ​ຊົນ​ຊັ້ນ​ກຳມະກອນ, ປະຊາຊົນ​ຜູ້​ອອກ​ແຮງ​ງານ ​ແລະ ທົ່ວ​ທັງ​ຊາດ.”

        ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຢືນຢັນ​ວ່າ: ​ປະຕິບັດ​ວຽກ​ງານ​ປ້ອງ​ກັນ, ຕ້ານ​​ການ​ສໍ້​ລາດ​ບັງ​ຫຼວງ​ກໍ່​ແມ່ນ​ໜ້າ​ທີ​່​ເປັນ​ປະຈຳ​ເພື່ອ​ສ້າງສາ​ພັກ​ຢ່າງ​ປອດ​ໃສ, ໝັ້ນຄົງ, ​ເຂັ້ມ​ແຂງ. ​ໃນ​ປີ 2014, ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ກໍ່​ໄດ້​ຮັບ​ການ​ຍູ້ແຮງ. ທ່າ​ນ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເນັ້ນ​ໜັກ​ວ່າ:

        “​ເວລາ​ຜ່ານ​ມາ, ຕາມ​ມະຕິ​ຂອງ​ສູນ​ກາງພັກ ​ແລະ ກົມ​ການ​ເມືອງ, ຄະນະ​ຊີ້​ນຳ​ການ​ສະຫລຸບ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່​ໄດ້​ຮັບ​ການ​ສ້າງ​ຕັ້ງ ​ແລະ ປະຈຸ​ບັນ​ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ. ​ເນື້​ອ​ໃນ​ການ​ສະຫລຸບ​ຕ້ອງຮອບດ້ານ. ຈຸດ​ສຸມ​​ເລັ່ງ​ໃສ່​ບັນດາ​ບັນຫາ​ໃໝ່​ທີ່​ຫຍຸ້ງຍາກ, ທີ່​ຍັງ​ຄົງ​ຄ້າງ​ຕ້ອງ​ໄດ້​ຮັບ​ການ​ແກ​້​ໄຂ. ຕົວຢ່າງ​ຄື: ​ເສດຖະກິດ​ການ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ, ການ​ພົວພັນ​ລະຫວ່າງ​ຕະຫຼາດ​ກັບ​ບົດບາດ​ຄຸ້​ມຄອງ, ບໍລິຫານ​ຂອງ​ລັດ​.​​.​..”

ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ປີ​ມະ​ເມຍ 2014, ທ່າ​ນ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ສົ່ງຄຳ​ຢື້​ຢາມ​ຖາມ​ຂ່າວ ​ແລະ ຄຳ​ອວຍພອນ​ປີ​ໃໝ່​ອັນ​ດີງາມ​ເຖິງ​ພໍ່​ແມ່​ພີ່ນ້ອງ, ນັກຮົບ​ໃນ​ທົ່ວ​ປະ​ເທດ ​ແລະ ຊາວ ຫວຽດນາມ ​ອາ​ໄສ​ຢູ່​ຕ່າງປະ​ເທດ. ທ່າ​ນ​ເລຂາທິການ​ໃຫຍ່ ປາດ​ຖະໜາ ​ແລະ ອວຍພອນ​ໃຫ້​ທົ່ວ​ພັກ, ທົ່ວ​ກອງທັບ, ທົ່ວ​ປວງ​ຊົນ ຫວຽດນາມ ກ້າວ​ໄປ​ສູ່​ປີ​​ໃໝ່​ຈົ່ງສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ​ເຊື່ອ​ໝັ້ນ​ຢ່າງ​ແນວ​ແນ​ຕໍ່​ພັກ, ຕໍ່​ອະນາຄົດ​ແຫ່ງ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ​ເພື່ອ​ພ້ອມ​ກັນ​ກ້າວ​ເຂົ້າ​ສູ່​ປີ​ໃໝ່​ດ້ວຍ​ເຈດ​ຈຳນົງ, ຄວາມ​ຕັດສິນ​ໃຈ​​ໃໝ່​ສ້າງສາ​ປະ​ເທດ ຫວຽດນາມ ບື່ນຕົວ​ຂຶ້ນ​ລະດັບ​ສູງ​ໃໝ່.


ຂ່າວ/ບົດ​ອື່ນ