ຍົກສູງກຳລັງແກ່ງແຍ້ງແຫ່ງຊາດໃຫ້ວິສາຫະກິດໃນຂົງເຂດອາກອນແລະພາສີ
ທ່ານ ຫງວຽນທ້ຽນເຍີນ ກ່າວຄຳເຫັນທີ່ກອງປະຊຸມ
(ພາບອິນເຕີແນັດ)
(vovworld) - ຕອນເຊົ້າວັນທີ 07/03, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສະຫລຸບການເຄື່ອນໄຫວໂຄງການຕິດຕາມກວດກາກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງແກ່ງແຍ້ງແຫ່ງຊາດໃນຂົງເຂດອາກອນ ແລະ ພາສີປີ 2015 ແລະ ເຫັນດີເປັນເອກະພາບແຜນການປີ 2016. ປີ 2015 ໂຄງການໄດ້ຍົກອອກມາບັນດາການຕີລາຄາຢ່າງພາລະວິໄສ ແລະ ເອກະລາດ, ປະກອບສ່ວນຊຸກຍູ້ວິວັດການປະຕິຮູບລະບອບລະບຽບການບໍລິຫານໃນຂົງເຂດນີ້. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ຖືວ່າ:
“ໃນປີນີ້, ຄຽງຂ້າງການຕິດຕາມກວດການັ້ນ: ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ສະຫະພັນສະຫະກອນ ຫວຽດນາມ, ສະຫະສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍ, ສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ມີລາຍການຝຶກອົບຮົມ ແລະ ກວດກາເພື່ອໃຫ້ຮູ້ປະຈຸບັນມີເທົ່າໃດອົງການສະມາຊິກກຳແໜ້ນກົດໝາຍອາກອນ ແລະ ພາສີ ຖືກຕາມຈິດໃຈເຊື່ອມໂຍງ. ໂດຍຜ່ານໝາກຜົນປີ 2015 ຜັນຂະຫຍາຍການເຄື່ອນໄຫວໂດຍກົງ ເພື່ອຊຸກຍູ້ການເຄື່ອນໄຫວດັ່ງກ່າວ. ຜ່ານນັ້ນ ຢືນຢັນປີ 2016, ຫວຽດນາມ ໄດ້ກຽມພ້ອມເຊື່ອມໂຍງຢ່າງຕັ້ງໜ້າ ເພື່ອປະຕິບັດຂັ້ນຕອນ: ຈົດທະບຽນພາສີເອເລັກໂຕນິກ, ແຈ້ງພາສີເອເລັກໂຕນິກ ”