ຍົກສູງຄຸນນະພາບຂະບວນການແຂ່ງຂັນຮັກຊາດຂອງກຳລັງຕຳຫຼວດປະຊາຊົນ

(VOVWORLD) - ພະນັກງານເຮັດວຽກງານແຂ່ງຂັນ, ຍ້ອງຍໍແຕ່ລະຄົນ ຕ້ອງແມ່ນຜູ້ນຳໜ້າ ແລະເປັນແບບຢ່າງທີ່ດີ.
ຍົກສູງຄຸນນະພາບຂະບວນການແຂ່ງຂັນຮັກຊາດຂອງກຳລັງຕຳຫຼວດປະຊາຊົນ - ảnh 1ທ່ານພົນໂທ ຫງວຽນວັນແທ່ງ, ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ກ່າວຄຳເຫັນທີ່ການພົບປະ

        ວັນທີ 6 ມິຖຸນາ, ທີ່ຮ່າໂນ້ຍ, ກະຊວງຕຳຫຼວດຫວຽດນາມ ໄດ້ຈັດຕັ້ງການພົບປະກັບບັນດາແບບຢ່າງກ້າວໜ້າກ່ຽວກັບວຽກງານແຂ່ງຂັນ, ຍ້ອງຍໍໃນໝູ່ຕຳຫຼວດປະຊາຊົນ ເນື່ອງໃນໂອກາດເຫຼີມສະຫຼອງ 70 ປີ ແຫ່ງວັນປະທານໂຮ່ຈີມິນອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ (11/6/1948 – 11/6/2018).

        ກ່າວຄຳເຫັນທີ່ການພົບປະ, ທ່ານພົນໂທ ຫງວຽນວັນແທ່ງ, ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ຍ້ອງຍໍຊົມເຊີຍບັນດາໝາກຜົນ, ຜົນງານຂອງຖັນແຖວຜູ້ເຮັດວຽກງານແຂ່ງຂັນ, ຍ້ອງຍໍໃນທົ່ວກຳລັງທີ່ບັນລຸໄດ້, ພ້ອມທັງເນັ້ນໜັກວ່າ ຂະບວນການແຂ່ງຂັນຮັກຊາດໃນກຳລັງຕຳຫຼວດປະຊາຊົນ ເຊິ່ງຖືກຈັດຂຶ້ນເປັນປະຈຳໃນຕະຫຼອດ ໄລຍະ 70 ປີຜ່ານມາ.

        ເພື່ອປະຕິບັດຄຳສັ່ງສອນຂອງປະທານໂຮ່ຈີມິນ  ທີ່ວ່າ “ຍິ່ງຫຍຸ້ງຍາກຍິ່ງຕ້ອງແຂ່ງຂັນ” ໃຫ້ເປັນຢ່າງດີນັ້ນ, ຖັນແຖວພະນັກງານຜູ້ເຮັດວຽກງານແຂ່ງຂັນ, ຍ້ອງຍໍໃນໝູ່ຕຳຫຼວດປະຊາຊົນ ສືບຕໍ່ຍູ້ແຮງບັນດາຂະບວນການແຂ່ງຂັນ. ທ່ານພົນໂທ ຫງວຽນວັນແທ່ງ ຊີ້ແຈ້ງວ່າ ພະນັກງານເຮັດວຽກງານແຂ່ງຂັນ, ຍ້ອງຍໍແຕ່ລະຄົນ ຕ້ອງແມ່ນຜູ້ນຳໜ້າ ແລະເປັນແບບຢ່າງທີ່ດີ.


ຕອບກັບ

ຂ່າວ/ບົດ​ອື່ນ