ຍົກສູງບົດບາດຂອງພຸມປັນຍາໜຸ່ມ ຫວຽດນາມ ຢູ່ສະວິດ

(VOVWORLD) - ການໂອ້ລົມສົນທະນາດ້ວຍຫົວຂໍ້ວ່າ “ບົດບາດຂອງປັນຍາຊົນ ແລະ ນັກຊ່ຽວຊານຊາວ ຫວຽດນາມ ຢູ່ ສະວິດ ໃນການຊຸກຍູ້ການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ຄົ້ນຄ້ວາວິທະຍາສາດ ລະຫວ່າງ ສະວິດ ແລະ ຫວຽດນາມ”, ເຊິ່ງຈັດຕັ້ງໃນວັນທີ 10 ມິຖຸນາ ຢູ່ສະຖານທູດ ຫວຽດນາມ ປະຈຳ Berne, ປະເທດ ສະວິດ

ຍົກສູງບົດບາດຂອງພຸມປັນຍາໜຸ່ມ ຫວຽດນາມ ຢູ່ສະວິດ - ảnh 1 ການໂອ້ລົມສົນທະນາດຳເນີນຢູ່ ເຊີວິດ

(ພາບ: ຮ່ວາງຮວາ/ສຳນັກຂ່າວສານ ຫວຽດນາມ)

ອົງການການຄ້າໂລກ ແລະ ບັນດາອົງການສາກົນອື່ນໆຢູ່ ເຊີແນວ (ປະເທດ ສະວິດ), ບັນດານັກປັນຍາຊົນ, ນັກຊ່ຽວຊານ ຊາວ ຫວຽດນາມ ຢູ່ ສະວິດ ມີການພົບປະ, ເຂົ້າຮ່ວມການໂອ້ລົມສົນທະນາດ້ວຍຫົວຂໍ້ວ່າ “ບົດບາດຂອງປັນຍາຊົນ ແລະ ນັກຊ່ຽວຊານຊາວ ຫວຽດນາມ ຢູ່ ສະວິດ ໃນການຊຸກຍູ້ການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ຄົ້ນຄ້ວາວິທະຍາສາດ ລະຫວ່າງ ສະວິດ ແລະ ຫວຽດນາມ”, ເຊິ່ງຈັດຕັ້ງໃນວັນທີ 10 ມິຖຸນາ ຢູ່ສະຖານທູດ ຫວຽດນາມ ປະຈຳ Berne, ປະເທດ ສະວິດ. ທ່ານ ຟ້າມຫາຍບັ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະວິດ ເປັນປະທານການໂອ້ລົມສົນທະນາ, ດ້ວຍການເຂົ້າຮ່ວມຂອງທ່ານເອກອັກຄະລັດຖະທູດ ເຢືອງຈີ໋ຢູ້ງ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ເຊີແນວ. ທ່ານ ຟ້າມຫາຍບັ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະວິດ ເນັ້ນໜັກເຖິງຄວາມຈຳເປັນຕ້ອງເຊື່ອມຕໍ່ບັນດາປັນຍາຊົນ, ນັກຊ່ຽວຊານ ຫວຽດນາມ ຢູ່ ສະວິດ, ພ້ອມທັງຢືນຢັນບົດບາດຂອງສະຖານທູດ ແລະ ຄະນະປະຕິບັດງານ ຫວຽດນາມ ແມ່ນຂົວເຊື່ອມຕໍ່ຂອງປັນຍາຊົນ, ນັກຊ່ຽວຊານຊາວ ຫວຽດນາມ ຢູ່ ສະວິດກັບ ປະເທດຊາດ.

        ທີ່ການໂອ້ລົມສົນທະນາ, ບັນດາປັນຍາຊົນ, ນັກຊ່ຽວຊານ ມີບົດຄວາມເຫັນ 5 ບົດ, ແບ່ງປັນກັນບັນດາຜູ້ແທນບັນດາບົດຮຽນທີ່ຖອດຖອນມາໄດ້ຈາກວຽກງານ ແລະ ການປະກອບສ່ວນຂອງເຂົາເຈົ້າຕໍ່ປະເທດເວົ້າລວມ ແລະ ໄວໜຸ່ມ ຫວຽດນາມ ເວົ້າສະເພາະ. 

ຕອບກັບ

ຂ່າວ/ບົດ​ອື່ນ