ທ່ານ ອວງຈູລືວ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ
|
(vovworld) - ຕອນເຊົ້າວັນທີ 2/4, ຢູ່ຮ່າໂນ້ຍ, ກຳມາທິການການຕ່າງປະເທດສະພາແຫ່ງຊາດ, ສົມທົບກັບກອງທຶນສະຫະປະຊາຊາດເພື່ອເດັກນ້ອຍ (UNICEF) ແລະ ອົງການລ້ຽງດູ ແລະ ພັດທະນາ, ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບ ບົດບາດຂອງສະພາແຫ່ງຊາດໃນການຮັບປະກັນສິດຂອງເດັກ ແລະ ບັນຫາໂພສະນາການເພື່ອພັດທະນາ. ກ່າວຄວາມເຫັນຢູ່ທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ເນັ້ນໜັກວ່າ:
“ໃນຂົງເຂດຮັບປະກັນສິດຂອງເດັກ, ສະພາແຫ່ງຊາດຫວຽດນາມ ໄດ້ປະກາດໃຊ້ກົດໝາຍວ່າດ້ວຍການປົກປ້ອງ, ເບິ່ງແຍງດູແລ ແລະ ສຶກສາເດັກ, ໃຫ້ຄຳໝັ້ນສັນຍາສືບຕໍ່ສ້າງ ແລະ ປັບປຸງລະບົບກົດໝາຍ, ນຳເອົາສິດຂອງເດັກເຂົ້າໃນບັນດາບັນຫາກ່ຽວຂ້ອງເຖິງເດັກ ໃນວິວັດການກໍ່ສ້າງກົດໝາຍ ແລະ ຕິດຕາມກວດກາການປະຕິບັດນະໂຍບາຍປົກປ້ອງ ແລະ ຊຸກຍູ້ສິດຂອງເດັກ“.
ທີ່ກອງປະຊຸມສຳມະນາ, ບັນດາສະມາຊິກລັດຖະສະພາ ໄດ້ຍົກອອກຂໍ້ສະເໜີ ແລະ ມາດຕະການຕ່າງໆເພື່ອແນໃສ່ປັບປຸງບັນດານະໂຍບາຍໜູນຊ່ວຍດ້ານໂພສະນາການ ແລະ ການພັດທະນາຂອງເດັກ ໃນປະເທດຕົນ, ພ້ອມກັບບັນດານະໂຍບາຍໜູນຊ່ວຍ ເພື່ອແນໃສ່ປັບປຸງບັນຫາກິນດື່ມສຳລັບເດັກຫາກໍ່ກຳເນີດ ແລະ ເດັກນ້ອຍ. ພິເສດແມ່ນການລ້ຽງລູກດ້ວຍນົມແມ່.