ຍົກສູງບົດບາດພາກສ່ວນເສດຖະກິດເອກະຊົນ
ເວທີປາໄສວິສາຫະກິດ ຫວຽດນາມ 2016
(ພາບ: TTXVN)
ຍົກສູງບົດບາດພາກສ່ວນເອກະຊົນ, ເພີ່ມທະວີການຮ່ວມມືລະຫວ່າງວິສາຫະກິດພາຍໃນ ແລະ ຕ່າງປະເທດ ເພື່ອການພັດທະນາຢ່າງກົມກຽວຂອງເສດຖະກິດ ຫວຽດນາມ. ນັ້ນແມ່ນຫົວຂໍ້ຂອງເວທີປາໄສວິສາຫະກິດ ຫວຽດນາມ 2016 ເຊິ່ງດຳເນີນໃນວັນທີ 05/12 ຢູ່ ຮ່າໂນ້ຍ. ເວທີປາໄສແມ່ນເຫດການປະຈຳປີ ໂດຍກະຊວງແຜນການ ແລະ ການລົງທຶນສົມທົບກັບສະຫະພັນເວທີປາໄສວິສາຫະກິດ ຫວຽດນາມ, ທະນາຄານໂລກ ແລະ ອົງການການເງິນສາກົນຈັດຕັ້ງ. ເວທີປາໄສວິສາຫະກິດ ຫວຽດນາມ 2016 ດຳເນີນໄປໃນສະພາບພື້ນຖານເສດຖະກິດມີສັນຍານປະເອີບໃຈຫລາຍຢ່າງ, ພິເສດ ພາຍຫລັງເລື່ອງລັດຖະບານມີການກະທຳຕ່າງໆໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ. ຍ້ອນເຫດນັ້ນ ປີນີ້ ຈຳນວນວິສາຫະກິດສ້າງຕັ້ງໃໝ່ອາດຈະບັນລຸລະດັບສະຖິຕິ ລື່ນກາຍຕົວເລກ 100.000 ດັດຊະນີຈັດອັນດັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງ ຫວຽດນາມ ຖືກເລື່ອນຂຶ້ນ 9 ຂັ້ນ, ປະຊາຊົນ ແລະ ວິສາຫະກິດ ມີຄວາມເຊື່ອໝັ້ນຄືນໃໝ່ຕໍ່ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ…ເຖິງຢ່າງໃດກໍ່ຕາມບັນດາວິສາຫະກິດພາຍໃນປະເທດຍັງຄົງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງໃນການສຳພັດກັບທຶນສິນເຊື່ອ, ຂໍ້ມູນຂ່າວສານ, ເຕັກໂນໂລຢີ, ທີ່ດິນ…ທ່ານ ຫວູຕ໋ຽນໂລກ ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ທັງເປັນປະທານຮ່ວມເວທີປາໄສວິສາຫະກິດ ຫວຽດນາມ ຖືວ່າ:
“ເມື່ອພວກເຮົາຍົກອອກນະໂຍບາຍບຸລິມະສິດສຳລັບການລົງທຶນຕ່າງປະເທດ, ຮຽກຮ້ອງການລົງທຶນຈາກຕ່າງປະເທດ, ພວກເຮົາຫວັງວ່າ ມັນບໍ່ພຽງແຕ່ປະກອບສ່ວນເຂົ້າໃນການສົ່ງອອກ, ສ້າງວຽກເຮັດງານທຳເທົ່ານັ້ນ ຫາກຍັງສ້າງການແຜ່ຂະຫຍາຍດ້ານເຕັກໂນໂລຢີໃນພື້ນຖານເສດຖະກິດຫວຽດນາມ ອີກດ້ວຍ. ການລົງທຶນຕ່າງປະເທດຈະໄປຄຽງຄູ່ ແລະ ຊຸກຍູ້ວິສາຫະກິດພາຍໃນປະເທດພ້ອມກັນພັດທະນາ. ຍ້ອນເຫດນັ້ນ ຫົວຂໍ້ຂອງເວທີປາໄສປີນີ້ ແມ່ນເຮັດແນວໃດ ເພື່ອເຮັດໃຫ້ວິສາຫະກິດລົງທຶນຕ່າງປະເທດເຊື່ອມຕໍ່ກັບພາກສ່ວນເສດຖະກິດເອກະຊົນພາຍໃນປະເທດ.”