ຍົກສູງປະສິດທິຜົນ ຂອງໂຄງການຈຸດໝາຍ ແຫ່ງຊາດກ່ຽວກັບ ປະຊາກອນ, ວາງແຜນຄອບຄົວ

ຍົກສູງປະສິດທິຜົນ ຂອງໂຄງການຈຸດໝາຍ ແຫ່ງຊາດກ່ຽວກັບ ປະຊາກອນ, ວາງແຜນຄອບຄົວ - ảnh 1
(ພາບປະກອບ:
tuyengiao.vn)

(Vovworld)- ຕອນ​ເຊົ້​າວັນ​ທີ 8/7, ຢູ່​ແຂວງ​ເງະ​ອານ, ກົມ​ໃຫ່ຍປະຊາກອນ​ກວາງ​ແຜນ​ຄອບຄົວ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ສ້າງ​ແຜນການ, ຄຸ້ມ​ຄອງ, ນຳ​ໃຊ້​ຄ່າ​ໃຊ້​ຈາ​ຍຂອງໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ປະຊາ ກອນ, ວາງ​ແຜນ​ຄອບຄົວ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ຊາບ​ຊືມບາງ​ເນື້ອໃນຕົ້ນຕໍຂອງຂໍ້ຕົກລົງຂອງນາຍົກລັດຖະມົນຕີກ່ຽວກັບການ ເຊັນອະນຸມັດ ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ປະຊາກອນ, ວາງ​ແຜນ​ຄອບຄົວໄລຍະ 2012-2015; ເນື້ອໃນພື້ນຖານຂອງບັນດາໂຄງການ, ແຜນຮ່າງຂຶ້ນກັບໂຄງການດັ່ງກ່າວ​ໄລຍະ 2012-2015. ບັນດາ​ຜູ້​ແທນ​ກໍ່​ໄດ້​ຊາບ​ຊືມບັນດາ​ຈຸດ​ຕົ້ນຕໍ​ຂອງ​ຄຳສັ່ງແນະນຳ​ລະຫວ່າງ​ກະຊວງ​ການ​ເງິນ ​ແລະ ກະຊວງ​ສາທາລະນະ​ສຸກ​ກຳນົດ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ຄ່າ​ໃຊ້​ຈາ​ຍປະຕິບັດ ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ປະຊາກອນ, ວາງ​ແຜນ​ຄອບຄົວໄລຍະ 2012-2015; ຈາກ​ຈຸດໝາຍ​ລວມຂອງ​ໂຄງການ​ແມ່ນ​ເປັນ​ເຈົ້າການ​ຮັກສາ​ລະດັບການ​ເກີດ​ທີ່​ເໝາະ​ສົມ ​ແລະ ຍົກ​ສູງ​ຄຸນ​ນະພາ​ບປະຊາກອນ​ນັ້ນ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລືມາດ​ຕະການ​ເພື່ອ​ປະຕິບັດ​ບັນດາ​ຈຸດໝາຍ​ລະອຽດ​ຂອງ​​ໂຄງການ. ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ປະຊາກອນ, ວາງ​ແຜນ​ຄອບຄົວ​ໄດ້​ຮັບ​ການ​ປະຕິບັດ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ແຕ່​ປີ  2012-2015 ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ​ປະຕິບັດ​ໂຄງການ​ແມ່ນ 8990 ຕຶ້ດົ່ງ.

 

 

 

ຂ່າວ/ບົດ​ອື່ນ