(vovworld) – ວັນທີ 28/3, ສະພາແຫ່ງຊາດໄດ້ສະຫງວນເວລາສ່ວນຫຼາຍເພື່ອປຶກສາຫາລື, ຕີລາຄາສັງລວມອາຍຸການເຄື່ອນໄຫວຊຸດທີ 13. ຄຽງຂ້າງການຮັບຮູ້ບັນດາຜົນງານຂອງສະພາແຫ່ງຊາດໃນ 5 ປີຜ່ານມາ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ກໍ່ໄດ້ສະເໜີແນະຫຼາຍມາດຕະການເພື່ອຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດໃນໄລຍະຈະມາເຖິງ.
ມີຫຼາຍຄຳເຫັນໄດ້ເຫັນດີເຫັນພ້ອມສູງຕໍ່ເລື່ອງສະພາແຫ່ງຊາດຍົກສູງຄຸນນະພາບ ສສຊ, ພິເສດແມ່ນ ສສຊ ສະເພາະກິດ. ທ່ານ ຮິ່ງເຫງຍ, ຫົວໜ້າຄະນະ ສສຊ ນະຄອນ ດ່ານັ້ງ, ເນັ້ນໜັກວ່າ:
“ຂ້າພະເຈົ້າສະໜັບສະໜູນເລື່ອງເພີ່ມຈຳນວນ ສສຊ ສະເພາະກິດ. ສະພາແຫ່ງຊາດຕ້ອງມຸ່ງໄປເຖິງວິຊາການ ດັ່ງນັ້ນຕ້ອງມີຈຳນວນ ສສຊ ມີຄຸນນະພາບ, ມີຈັນຍາບັນ, ສຸດຈິດສຸດໃຈກັບ ວຽກງານເພື່ອການພັດທະນາຂອງສະພາແຫ່ງຊາດ. ສະເໜີໃຫ້ສະພາແຫ່ງຊາດຊຸດໃໝ່ຄວນຄົ້ນຄ້ວາ, ເລືອກເຟັ້ນບັນດາ ສສຊ ສະເພາະກິດທີ່ມີຄວາມເກັ່ງກ້າສາມາດ, ມີຈັນຍາບັນ, ມີລະດັບຄວາມຮູ້ຢ່າງແທ້ຈິງ”
ຕໍ່ໜ້າສະພາບການວຽກງານສ້າງກົດໝາຍ ແມ່ນພາລະໜ້າທີ່ພື້ນຖານຂອງສະພາແຫ່ງຊາດ ແຕ່ຍັງມີບາງກໍລະນີ ກົດໝາຍບໍ່ທັນກ້າວເຂົ້າສູ່ຊີວິດຕົວຈິງ, ມີ ສສຊ ຫຼາຍທ່ານສະເໜີຕໍ່ສະພາແຫ່ງຊາດຕ້ອງ “ເດັດດຽວຄັດຄ້ານ” ບັນດາຮ່າງກົດໝາຍບໍ່ຮັບປະກັນດ້ານຄຸນນະພາບ. ທ່ານ ຫງວຽນວັນຕວຽດ, ສສຊ ແຂວງ ບ່າເຣ້ຍ - ຫວູງເຕົາ, ສະເໜີວ່າ:
“ກ່ຽວກັບວຽກງານສ້າງກົດໝາຍ, ສະເໜີມີມາດຕະການແກ້ໄຂໃນກໍລະນີບໍ່ຮັບປະກັນຄວາມຄືບໜ້າ, ຕ້ອງປະຕິບັດວິວັດການສ້າງກົດໝາຍຢ່າງເຄັ່ງຄັດ, ເຮັດແຈ້ງຄວາມຮັບຜິດຊອບຂອງຫົວໜ້າ, ບໍ່ເຫັນດີຕໍ່ຮ່າງກົດໝາຍບໍ່ທັນໄດ້ຮັບການກະກຽມຢ່າງລະອຽດ”
ກ່ຽວກັບເລື່ອງຍົກສູງຄຸນນະພາບການຕິດຕາມ ກວດກາ, ທ່ານ ຫງວຽນວັນຕຽນ, ສສຊ ແຂວງ ຕ່ຽນຢາງ, ຖືວ່າ:
“ພວກເຮົາຕ້ອງປ່ຽນແປງ ແລະ ສົ່ງເສີມໃຫ້ບັນດາ ສສຊ ລົງຮາກຖານ. ແຕ່ວ່າເມື່ອໄປຕ້ອງມີປະສິດທິຜົນ, ບໍ່ກໍ່ຄວາມຫຍຸ້ງຍາກໃຫ້ທ້ອງຖິ່ນ ແລະ ລາຍຈ່າຍຂອງສະພາແຫ່ງຊາດ, ເຮັດໄດ້ຄືແນວນັ້ນມັນຈຶ່ງຕິດແທດກັບສະພາບຕົວຈິງ. ຂ້າພະເຈົ້າກໍສະເໜີສົ່ງເສີມບັນດາກຳມາທິການ ຕິດຕາມ ກວດກາ, ສຳຫຼວດ, ສົ່ງເສີມການປັບປຸງຮູບການສຳພັດກັບຜູ້ມີສິດເລືອກຕັ້ງ.”
ກ່າວຄຳເຫັນອັດວາລະປະຊຸມໃນມື້ນີ້, ທ່ານ ອວງຈູລືວ, ຮອງປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ: ຄະນະເລຂາກອງປະຊຸມຈະຮັບເອົາ ແລະ ເພີ່ມເຕີມບັນດາຄຳເຫັນນີ້ ໃສ່ຮ່າງບົດລາຍງານອາຍຸການສະພາແຫ່ງຊາດຊຸດທີ 13.