ຍົກສູງປະສິດທິຜົນວຽກງານປ້ອງກັນ, ຕ້ານການ ສໍ້ລາດບັງຫຼວງໃນການເຄື່ອນໄຫວຂອງທະນາຄານ

ຍົກສູງປະສິດທິຜົນວຽກງານປ້ອງກັນ, ຕ້ານການ ສໍ້ລາດບັງຫຼວງໃນການເຄື່ອນໄຫວຂອງທະນາຄານ - ảnh 1
(ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການສໍ້​ລາດ​ບັງ​ຫຼວງ​
ໃນ​ການ​ເຄື່ອນ​ໄຫວ​ຂອງ​ທະນາຄານ)


(vovworld) – ຕອນ​ບ່າຍ​ວັນ​ທີ 10/03, ຢູ່​ຮ່າ​ໂນ້ຍ, ຄະນະ​ວຽກ​ງານ​ການ​ເມືອງ​ພາຍ​ໃນ ​ແລະ ຄະນະ​ພະນັກງານ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ, ​ໄດ້​ລົງ​ນາມ​ໃນ​ກົດ​ລະບຽບສົມທົບ​ວຽກ​ງານ​ເພື່ອ​ປະກອບສ່ວນ​ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການສໍ້​ລາດ​ບັງຫຼວງ ​ແລະ ​​ເປັນ​ເສນາ​ທິການ, ​ຊີ້​ນຳ​ການ​ແກ້​ໄຂ​ບັນດາ​ກໍລະນີ​ທີ່​ມີ​ສັນຍານ​ລະ​ເມີດກົດໝາຍ​ໃນ​ຂົງ​ເຂດ​ເງິນຕາ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ທະນາຄານ​ຢ່າງຮ້າຍ​ແຮງ. ຕາມ​ນັ້ນ​ແລ້ວ, ຄະນະ​ວຽກ​ງານ​ການ​ເມືອງ​ພາຍ​ໃນ ​ແລະ ຄະນະ​ພະນັກງານ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ ​ເພີ່ມ​ທະວີ​ການ​ສົມທົບ​ກັນ, ຄົ້ນຄວ້າ, ສະ​ເໜີ​ຕໍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ, ຄະນະ​ເລຂາ ​ແລະ ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການສໍ້​ລາ​ດບັງ​ຫຼວງ ບັນດາ​ທັດສະນະ, ກຳນົດ​ທິດ​, ​ແຜນ​ນະ​ໂຍບາຍ, ກົນ​ໄກ, ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານການ​ສໍ້​ລາດ​ບັງ​ຫຼວງ​ໃນຂົງ​ເຂດ​ທະນາຄານ. ການ​ສົມທົບ​ກັນ​ລະຫວ່າງຄະນະ​ວຽກ​ງານ​ການ​ເມືອງ​ພາຍ​ໃນ ​ແລະ ຄະນະ​ກຳ​ມະການ​ພັກ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ ​ໄດ້​ຮັບ​ການ​ປະຕິບັດ​ຕາມ​ຫຼັກການຮັບປະກັນ​ການຊີ້​ນຳລວມສູນ, ​ເປັນ​ເອກະ​ພາບ​ຂອງ​ພັກ; ປະຕິບັດ​ຖືກ​ກັບ​ແຜນ​ນະ​ໂຍບາຍ, ​ແນ​ວທາງ​ຂອງ​ພັກ, ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ.
ຂ່າວ/ບົດ​ອື່ນ