ຍົກສູງປະສິດທິຜົນແຫ່ງການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດ ຫວຽດນາມ - ກຳປູເຈຍ

(VOVWORLD) - ຕອນເຊົ້າວັນທີ 09 ສິງຫາ, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ມີການເຈລະຈາກັບທ່ານຮອງປະທານທີ 1 ສະພາສູງລາຊະອານາຈັກ ກຳປູເຈຍ Nay Pena
ຍົກສູງປະສິດທິຜົນແຫ່ງການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດ ຫວຽດນາມ - ກຳປູເຈຍ - ảnh 1ທ່ານນາງ ຕ່ອງທິຟ໋ອງ ແລະ ທ່ານ Nay Pena (ພາບ: TTXVN)

 ທີ່ການພົບປະເຈລະຈາ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ພິເສດແມ່ນຖືເປັນສຳຄັນ ແລະ ສະຫງວນບຸລິມະສິດແຖວໜ້າໃຫ້ການປັບປຸງ ແລະ ເພີ່ມທະວີການພົວພັນກັບ ກຳປູເຈຍ, ແມ່ນການພົວພັນ “ຄວາມເປັນຕາຍສຳລັບພາລະກິດແຫ່ງການພັດທະນາຂອງ 2 ຊາດ”. ທ່ານນາງຮອງປະທານສະພາແຫ່ງຊາດສະເໜີ 2 ຝ່າຍຮັກສາການພົວພັນຕ່າງປະເທດຂອງພັກ, ການທູດຂອງລັດ, ການທູດປະຊາຊົນ; ຊຸກຍູ້ບັນດາການເຄື່ອນໄຫວມິດຕະພາບຢ່າງບໍ່ຢຸດຢັ້ງ, ພ້ອມທັງ ສົມທົບກັນຕໍ່ສູ້ປະຕິເສດບັນດາຖ້ອຍທຳນອງເສກສັນປັ້ນແຕ່ງ, ແບ່ງແຍກການພົວພັນລະຫວ່າງປະຊາຊົນ 2 ປະເທດ; ສືບຕໍ່ເຈລະຈາ ເພື່ອເຊັນສັນຍາການຄ້າຊາຍແດນ ຫວຽດນາມ - ກຳ ປູເຈຍ ໂດຍໄວ ເພື່ອແທນໃຫ້ສັນຍາຊື້ຂາຍ, ແລກປ່ຽນສິນ ຄ້າ ແລະ ການບໍລິການການຄ້າຢູ່ເຂດຊາຍແດນ ຫວຽດນາມ - ກຳ ປູເຈຍ ເຊິ່ງໄດ້ລົງນາມໃນປີ 2011. ກ່ຽວກັບເລື່ອງຊາຍແດນປັກຫຼັກໝາຍ, ທ່ານນາງຮອງປະທານສະພາແຫ່ງຊາດ ກໍ່ສະເໜີ 2 ຝ່າຍສືບຕໍ່ສ້າງເງື່ອນໄຂ ເພື່ອໃຫ້ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ 2 ປະເທດ ຫັນຄວາມຕັດສິນໃຈສຳເລັດເລື່ອງສ້າງບັນດາຫຼັກໝາຍບອກທິດ, ປັກຫຼັກໝາຍເພີ່ມເຕີ່ມໃນປີນີ້ ໃຫ້ປະກົດຜົນເປັນຈິງໂດຍໄວ.

        2 ຝ່າຍກໍ່ເຫັນດີເປັນເອກະພາບ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ເລື່ອງເປີດກ້ວາງ, ຍົກສູງປະສິດທິຜົນແຫ່ງການຮ່ວມມືລະຫວ່າງລັດຖະບານ ແລະ ປະຊາຊົນ 2 ປະເທດ, ກໍ່ຄືການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດ ທີ່ບັນດາເວທີປຶກສາຫາລືລະຫວ່າງລັດຖະສະພາພາກພື້ນ ແລະ ສາກົນ.

ຍົກສູງປະສິດທິຜົນແຫ່ງການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດ ຫວຽດນາມ - ກຳປູເຈຍ - ảnh 2ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ແລະ  ທ່ານຮອງປະທານທີ 1 ສະພາສູງລາຊະອານາຈັກ ກຳປູເຈຍ Nay Pena

ແລະກໍ່ໃນຕອນບ່າຍວັນທີ 09 ສິງຫາ, ຄະນະຜູ້ແທນສະພາສູງລາຊະອານາຈັກ ກຳປູເຈຍ ໂດຍທ່ານຮອງປະທານທີ 1 ສະພາສູງລາຊະອານາຈັກ ກຳປູເຈຍ Nay Pena ນຳໜ້າເຂົ້າຢ້ຽມຂ່ຳນັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ. ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຢືນຢັນວ່າ ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດແຖວໜ້າໃຫ້ການເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ ແລະ ຈະຮ່ວມມືຢ່າງແໜ້ນແຟ້ນກັບສະພາແຫ່ງຊາດ, ສະພາສູງ ກຳປູເຈຍ ຊຸກຍູ້ການເປີກກ້ວາງ, ຍົກສູງປະສິດທິຜົນແຫ່ງການຮ່ວມມືລະຫວ່າງລັດຖະບານ, ປະຊາຊົນ 2 ປະເທດ, ກໍ່ຄືການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດຢູ່ບັນດາເວທີປາໄສລະຫວ່າງລັດຖະສະພາພາກພື້ນ ແລະ ສາກົນ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຫວັງວ່າ ສະພາສູງ ກຳປູເຈຍ ສືບຕໍ່ເອົາໃຈໃສ່ຊ່ວຍເຫຼືອພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ກຳປູເຈຍ ເພື່ອໃຫ້ເຂົາເຈົ້າມີຄວາມອຸ່ນອ່ຽນໃຈທຳມາຫາກິນເປັນປົກກະຕິ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາ ແລະ ພັດທະນາປະເທດ ກຳປູເຈຍ ກໍ່ຄືການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບອັນດີງາມລະຫວ່າງປະຊາຊົນ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ