ຍົກສູງສິດແລະຄວາມສາມາດດ້ານເສດຖະກິດໃຫ້ແມ່ຍິງແມ່ນບຸລິມະສິດອັບດັບໜຶ່ງຂອງຫວຽດນາມ
(ພາບປະກອບ: hvpnvn.edu.vn)
(vovworld) - ກ່າວຄຳເຫັນທີ່ພິທີໄຂກອງປະຊຸມປະຈຳປີຄັ້ງທີ 61 ຂອງຄະນະກຳມະການຖານະບົດບາດແມ່ຍິງຂອງສະຫະປະຊາຊາດ (CSW 60) ພວມດຳເນີນຢູ່ສຳນັກງານສະຫະປະຊາຊາດ, ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ດ່າວຫງອກຢຸງ ເນັ້ນໜັກວ່າ, ຍົກສູງສິດ ແລະ ຄວາມສາມາດດ້ານເສດຖະກິດໃຫ້ແມ່ຍິງແມ່ນຄຳໝັ້ນສັນຍາຢ່າງແຮງ ແລະ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງຫວຽດນາມ. ດ້ວຍບັນດາຄວາມມານະພະຍາຍາມຂອງຫວຽດນາມ ແລະ ການຮ່ວມມື, ໜູນຊ່ວຍຢ່າງມີປະສິດທິຜົນຂອງບັນດາຄູ່ຮ່ວມມືພັດທະນາ ແລະ ບັນດາອົງການຈັດຕັ້ງຂອງສະຫະປະຊາຊາດ ຫວຽດນາມ ໄດ້ປະຕິບັດສຳເລັດເປົ້າໝາຍສະຫັດສະວັດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ. ຍາມໃດຫວຽດນາມ ກໍ່ສະຫງວນແຫຼ່ງກຳລັງຢ່າງໃຫຍ່ຫຼວງໃຫ້ແກ່ການສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາຂອງແມ່ຍິງ, ສິ່ງດັ່ງກ່າວໄດ້ປະກອບສ່ວນຍົກສູງບົດບາດ, ທີ່ຕັ້ງ, ສິດ ແລະ ຄວາມສາມາດຂອງແມ່ຍິງຫວຽດນາມ. ໃນສະພາບການນັ້ນ, ດ້ວຍຄວາມຕັດສິນໃຈປະຕິບັດເປົ້າໝາຍສະຫັດສະວັດ, ລັດຖະບານຫວຽດນາມ ພວມວາງອອກບັນດາມາດຕະການແກ້ໄຂເພື່ອໜູນຊ່ວຍແມ່ຍິງ, ສຳພັດກັບບັນດາທັກສະ ແລະ ບຳລຸງສ້າງໃນບັນດາຂົງເຂດທີ່ສຳຄັນ, ພິເສດແມ່ນວິທະຍາສາດ, ເຕັກໂນໂລຊີ, ເຕັກນິກ ແລະ ວິຊາຄະນິດສາດ; ບຸລິມະສິດລາຍຈ່າຍງົບປະມານໃຫ້ພື້ນຖານໂຄງລ່າງສົ່ງເສີມ ແລະ ໜູນຊ່ວບຊີວິດສັງຄົມເພື່ອແນໃສ່ຊ່ວຍເຫຼືອແມ່ຍິງ.