ຍັງບໍ່ທັນມີຜົນສຸດທ້າຍຂອງການເລືອກຕັ້ງປະທານາທິບໍດີອາເມລິກາ

(VOVWORLD) -ທ່ານ Donald Trump ແລະຄະນະຈັດບັ້ນຫາສຽງເລືອກຕັ້ງຂອງຕົນ ປະກາດວ່າ ໄດ້ດຳເນີນການຟ້ອງຮ້ອງຜົນການນັບບັດຢູ່ບັນດາລັດ 

ການແຂ່ງຂັນຍາດເອົາບັດສະຫນັບສະຫນູນຂອງຄະນະຜູ້ມີສິດເລືອກຕັ້ງຢູ່ບັນດາລັດທີ່ຍັງເຫລືອລະຫວ່າງຜູ້ອອກສະຫມັກເລືອກຕັ້ງປະທານາທິບໍດີ ອາເມລິກາ 2 ທ່ານ ຍັງຄົງດຳເນີນໄປຢ່າງຂ້ຽວຂາດດ້ວຍທ່າໄດ້ປຽບພວມເປັນຂອງທ່ານ Joe Biden. ໄລ່ຮອດຕອນບ່າຍວັນທີ 6 ພະຈິກ ຕາມເວລາທ້ອງຖິ່ນ, ທ່ານ Joe Biden ພວມສືບຕໍ່ນຳຫນ້າ ດ້ວຍບັດສະຫນັບສະຫນູນແມ່ນ 264 ບັດ ໃນຂະນະນັ້ນ ທ່ານ Donald Trump  ມີພຽງ 214 ບັດ.ເຖິງຢ່າງໃດກໍຕາມ ທ່ານ Joe Biden ໄດ້ລື່ນກາຍທ່ານ Donald Trump ກ່ຽວກັບຈຳນວນບັດສະຫນັບສະຫນູນຂອງຄະນະຜູ້ມີສິດເລືອກຕັ້ງຢູ່ 2 ລັດຄື: Pennsylvania Georgia ດ້ວຍຈຳນວນ 36 ບັດ ແລະນີ້ແມ່ນທ່າໄດ້ປຽບໃຫຍ່ໃນການຊ່ວງເສັງເຂົ້າທຳນຽບຂາວ ເມື່ອທ່ານ Joe Biden ຕ້ອງການອີກ 6 ບັດ ເທົ່ານັ້ນ ກໍ່ສາມາດຖະແຫລງໄຊຊະນະແລ້ວ.

ທ່ານ Donald Trump ແລະຄະນະຈັດບັ້ນຫາສຽງເລືອກຕັ້ງຂອງຕົນ ປະກາດວ່າ ໄດ້ດຳເນີນການຟ້ອງຮ້ອງຜົນການນັບບັດຢູ່ບັນດາລັດ ຊື່ງທ່ານ Joe Biden  ຖືວ່າໄດ້ຮັບໄຊຊະນະ ເມື່ອມີຂ່າວວ່າ ມີການກະທຳສໍ້ໂກງ ກໍ່ຄື ບໍ່ໄດ້ສຳຜັດກັບບັນດາສະຖານທີ່ນັບບັດ.

ຟ້າມຮວັນ ນັກຂ່າວ VOV ປະຈຳ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ