ຍິງປືນໃສ່ກັນ,ວາງລະເບີດຢູ່ປາກິດສະຖານກໍ່ຄວາມລົ້ມຫາຍຕາຍຈາກເປັນຈຳນວນຫຼາຍ

ຍິງປືນໃສ່ກັນ,ວາງລະເບີດຢູ່ປາກິດສະຖານກໍ່ຄວາມລົ້ມຫາຍຕາຍຈາກເປັນຈຳນວນຫຼາຍ - ảnh 1
​ຕຳຫຼວດ​ສືບ​ສວນ​ຢູ່​ສະ​ຖານ​ທີ່​ເກີດ​ເຫດ
(ພາບ: ສຳ​ນັກ​ຂ່າວ​ສານ ຊິນ​ຮ​ວາ/TTXVN)

(vovworld) – ວັນ​ທີ 11/11, ວົງ​ການ​ເຈົ້າ​ໜ້​າ​ທີ່ ປາ​ກິດ​ສະ​ຖານ ໃຫ້​ຮູ້​ວ່າ: ໄດ້​ເກີດ​ເຫດ​ຍິງ​ປືນ​ໃສ່​ກັນ​ຄັ້ງ​ໜຶ່ງ ແລະ ເຫດ​ວາງ​ລະ​ເບ​ີດ 2 ຄັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ປະ​ເທດນີ້, ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ​ທະ​ຫານ 5 ຄົນ​ ແລະ ມື​ປືນ 15 ຄົນເສຍ​ຊີ​ວິດ. ເຫດ​ຍິງ​ປືນ​ໃສ່​ກັນ​ເກີດ​ຂຶ້ນ​ໃນ​ຄ່ຳ​ຄືນ​ວັນ​ທີ 10/11 ຢູ່​ປ້ອມກວດ​ກາ​ຂອງ​ກຳ​ລັງ​​ປ້ອງ​ກັນ​ຊາຍ​ແດນ​ເຄິ່ງ​ທະ​ຫານ ຢູ່​ເຂດ Shireendara ຂຶ້ນ​ກັບ​ເມືອງ Orakzai, ເຊິ່ງ​ແມ່ນ​ໜຶ່ງ​ໃນ 7 ເຂດ​ກົກ​ເຫຼົ່າ​ເຄິ່ງປົກ​ຄອງ​ດ້ວຍ​ຕົນ​ເອງ​ຂອງ ປາ​ກິດ​ສະ​ຖານ ​ຂຶ້ນ​ກັບ​ເຂດ​ຊາຍ​ແດນ ອາບ​ກາ​ນິດ​ສະ​ຖານ. ມື​ປືນ​ກ່​ວາ 50 ຄົນ​​ໄດ້ບຸກ​ໂຈມ​ຕີ​ປ້ອມກ​ວດ​ກາ​ເຮັດ​ໃຫ້​ທະ​ຫານ 2 ຄົນ ແລະ ພວກ​ບຸກ​ໂຈມ​ຕີ 15 ຄົນ​ເສຍ​ຊີ​ວິດ. ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ມີ​ທະ​ຫານ 1 ຄົນ​ເສຍ​ຊີ​ວິດ ແລະ 1 ຄົນ​ຖືກ​ຮັບ​ບາດ​ເຈັບ​ເມື່ອ​ລູກ​ລະ​ເບີ​ດ​ແຕກ​ຢູ່​ແຄມ​ທາງ​​ໃນ​ເທດ​ສະ​ບານ Bannu, ທິດ​ຕາ​ເວັນ​ຕົກ​​ສ່ຽງ​ເໜືອ ປາ​ກິດ​ສະ​ຖານ. ມີ​ເຫດ​ວາງ​ລະ​ເບີດ​ອື່ນ​​ເກີດ​ຂຶ້ນ​ຢູ່​ບ້ານ Chargoo, ໃກ້​ກັບ​ຊາຍ​ແດນ ອາບ​ກາ​ນິດ​ສະ​ຖານ ເຮັດ​ໃຫ້​ພາ​ລະ​ກອນ​ປ້ອງ​ກັນ​ຄວາມ​ສະ​ຫງົບ 2 ຄົນ​ເສຍ​ຊີ​ວິດ.


ຂ່າວ/ບົດ​ອື່ນ