ຍີ່​ປຸ່​ນ ​ກະ​ຕຸກ​ຊຸກ​ຍູ້​ໃຫ້ ສ.ເກົາຫຼີ ປະ​ຕິບ​ັດ​ບັນ​ດາຂັ້​ນ​ຕອນແກ້​ໄຂ​ການ​ໂຕ້​ຖ​ຽງ​ກັນ​ລະ​ຫວ່າງ​ສອງ​ຝ່າຍ

(VOVWORLD) - ວັນທີ 24 ທັນວາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo ໄດ້ເນັ້ນໜັກວ່າ ຄວາມຮັບຜິດຊອບຂອງສ.ເກົາຫຼີແມ່ນຍົກອອກບັນດາມາດຕະການເພື່ອແນໃສ່ແກ້ໄຂການໂຕ້ຖຽງກັນລະຫວ່າງສອງຝ່າຍ, ເຊິ່ງໄດ້ເຮັດໃຫ້ການພົວພັນລະຫວ່າງ ສອງປະເທດຕົກເຂົ້າສູ່ລະດັບຮ້າຍແຮງທີ່ສຸດໃນຫຼາຍທົດສະວັດທີ່ຜ່ານມາ.

ຍີ່​ປຸ່​ນ  ​ກະ​ຕຸກ​ຊຸກ​ຍູ້​ໃຫ້ ສ.ເກົາຫຼີ ປະ​ຕິບ​ັດ​ບັນ​ດາຂັ້​ນ​ຕອນແກ້​ໄຂ​ການ​ໂຕ້​ຖ​ຽງ​ກັນ​ລະ​ຫວ່າງ​ສອງ​ຝ່າຍ - ảnh 1ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo ແລະ ທ່ານ ປະທານາທິບໍດີສ.ເກົາຫຼີ Moon Jae-in

(ພາບ: Reuters)

ທ່ານ Abe ໄດ້ຍົກອອກຄຳຄິດເຫັນດັ່ງກ່າວທີ່ກອງປະຊຸມຖະແຫຼງຂ່າວຢູ່ ນອກກອງປະຊຸມສຸດຍອດ 3 ຝ່າຍກັບບັນດາຄູ່ຮ່ວມມືຈີນ ແລະ ສ.ເກົາຫຼີທີ່ພວມ ດຳເນີນຢູ່ນະຄອນເຈີ້ງຕູ ປະເທດຈີນ. ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ເຫັນດີກັບຂໍ້ສັງເກດຮ່ວມມືດ້ານຄວາມໝັ້ນຄົງລະຫວ່າງ 3 ຝ່າຍ ຂອງ 2 ປະເທດນີ້ ກັບ ອາມເລິກາ ແມ່ນມີຄວາມຈຳເປັນຍິ່ງ, ພ້ອມທັງສະແດງຄວາມປາດຖະໜາຢາກປັບປຸງການພົວພັນລະຫວ່າງ ຍີ່ປຸ່ນ - ສ.ເກົາຫຼີ.

        ສ່ວນທ່ານ ປະທານາທິບໍດີສ.ເກົາຫຼີ Moon Jae-in ໄດ້ຮຽກຮ້ອງໃຫ້ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນສົ່ງຖອນຄືນບັນດາມາດຕະການຈຳກັດການສົ່ງອອກທັງໝົດທີ່ເລັ່ງໃສ່ເຊີອຸນ ເຊິ່ງໄດ້ຈັດວາງເມື່ອຕົ້ນເດືອນ ກໍລະກົດ ປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ