ຍີ່​ປຸ່ນ - ຈີນ ມຸ່ງ​ໄປ​ເຖິງ​ບາດ​ກ້າວ​ພັດ​ທະ​ນາ​ໃໝ່​ໃນ​ການ​ພົວ​ພັນ​ສອງ​ຝ່າຍ

(VOVWORLD) - ວັນທີ 9 ຕຸລາ, ທ່ານ Takeshi Iwaya ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ຄົນໃໝ່ ໄດ້ມີການໂອ້ລົມທາງໂທລະສັບຄັ້ງທຳອິດກັບທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ.

ໃນການໂອ້ລົມທາງໂທລະສັບ, ທ່ານ Takeshi Iwaya ຢັ້ງຢືນວ່າ ລັດຖະບານຊຸດໃໝ່ຂອງ ຍີ່ປຸ່ນ ພ້ອມແລ້ວທີ່ຈະຊຸກຍູ້ຢ່າງຮອບດ້ານການພົວພັນຍຸດທະສາດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງ ຍີ່ປຸ່ນ ແລະ ຈີນ, ພ້ອມທັງໃຫ້ຄຳໝັ້ນສັນຍາປັບປຸງການພົວພັນສອງຝ່າຍຕາມທິດເປັນປົກກະຕິ ແລະ ມີລັກສະນະສ້າງສັນ. ທ່ານ Takeshi Iwaya ເນັ້ນໜັກວ່າ ຍີ່ປຸ່ນ ແລະ ຈີນ ມີຄວາມຮັບຜິດຊອບທີ່ຍິ່ງໃຫຍ່ຕໍ່ສັນຕິພາບ ແລະ ສະຖຽນລະພາບຢູ່ອາຊີ ແລະ ໂລກ. ລັດຖະບານຊຸດໃໝ່ຂອງ ຍີ່ປຸ່ນ ພ້ອມແລ້ວທີ່ຈະຮ່ວມມືກັບ ຈີນ ເພື່ອປະກອບສ່ວນຫຼາຍກ່ວາອີກເຂົ້າໃນການຊຸກຍູ້ສັນຕິພາບ ແລະ ຮັກສາສະຖຽນລະພາບໃນພາກພື້ນ, ກໍ່ຄືແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ.

ສ່ວນທ່ານ ຫວາງອີ ລັດຖະມົນຕີການຕ່າງປະເທດ ຈີນ ໄດ້ຍົກອອກຢ່າງຈະແຈ້ງວ່າ ຈີນ ຕີລາຄາສູງບັນດາສັນຍານທີ່ຕັ້ງໜ້າຈາກລັດຖະບານຊຸດໃໝ່ຂອງ ຍີ່ປຸ່ນ ແລະ ຮຽກຮ້ອງໃຫ້ສອງຝ່າຍເປີດກວ້າງການຮ່ວມມື, ຊຸກຍູ້ຢ່າງຮອບດ້ານການພົວພັນຍຸດທະສາດຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພື່ອສ້າງຕັ້ງການພົວພັນສອງຝ່າຍ ທີ່ມີລັກສະນະສ້າງສັນ ແລະ ມີສະຖຽນລະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ