(vovworld) – ວັນທີ 7/2, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຖະແຫຼງວ່າ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ແກ່ການເຈລະຈາ ກັບ ຈີນ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານ Shinzo Abe ສືບຕໍ່ຕຳນິຕິຕຽນ ບັກກິງ ກ່ຽວກັບສະພາບການປະທະກັນລະຫວ່າງກອງທັບເຮືອ 2 ປະເທດບົນທະເລ. ທ່ານ Shinzo Abe ເນັ້ນໜັກວ່າ: ເຫດການກຳ່ປັ່ນສູ້ຮົບຂອງ ຈີນ ໄດ້ລອກເປົ້າ ຣາດາ ແນໃສ່ ກຳ່ປັ່ນຮົບຂອງ ຍີ່ປຸ່ນ ເມື່ອເດືອນກ່ອນແມ່ນການກະທຳ “ເປັນໜ້າເສຍດາຍທີ່ສຸດ” ໃນສະພາບຄວາມເຄັ່ງຕຶງພວມເພີ່ມຂຶ້ນ ຍ້ອນການພິພາດອາທິປະໄຕທີ່ມີຕໍ່ໝູ່ເກາະ Senkaku (ຫຼື ບັກກິງ ເອີ້ນວ່າ: ຕຽວອີ) ໃນທະເລ ຮວາຕູງ. ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ເວົ້າວ່າການກະທຳຂອງຈີນແມ່ນ “ອັນຕະລາຍ”.