ຍີ່ປຸ່ນ ຖືເປັນສຳຄັນພິເສດການພົວພັນມິດຕະພາບກັບ ຫວຽດນາມ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງລັດ ຍີ່ປຸ່ນ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ພັນລະຍາ ຈະໄປຢ້ຽມຢາມທາງລັດຖະກິດຢູ່ປະເທດ ຍີ່ປຸ່ນ ແຕ່ວັນທີ 29 ພຶດສະພາ - ວັນທີ 2 ມິຖຸນາ.

ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຫງວຽນກວກເກືອງ ໃຫ້ຮູ້ວ່າ:

        “ປັດຈຸບັນ, ທັງການນຳ ແລະ ປະຊາຊົນ 2 ປະເທດລ້ວນແຕ່ຕີລາຄາສູງການພົວພັນ 2 ປະເທດ ຫວຽດນາມ ແລະ ຍີ່ປຸ່ນ ພວມຢູ່ໄລຍະພັດທະນາອັນດີງາມທີ່ສຸດໃນປະຫວັດສາດ. ເຖິງຢ່າງໃດກໍ່ຕາມ, ໃນໄລຍະຈະມາເຖິງ ການພົວພັນລະຫວ່າງ 2 ປະເທດມີແງ່ຫວັງພັດທະນາຫລາຍຢ່າງທີ່ສຸດ. ທີ 1 ແມ່ນການພົວພັນລະຫວ່າງ 2 ປະເທດໃນ 45 ປີຜ່ານມາ ມີບາດກ້າວພັດທະນາບຸກທະລຸ, ທີ 2 ແມ່ນ ຍີ່ປຸ່ນ ມີບົດບາດສຳຄັນໃນແນວທາງພັດທະນານັ້ນ ຂອງພັກ ແລະ ລັດ ຫວຽດນາມ. ທີ 3 ແມ່ນພື້ນຖານໃໝ່ໃຫ້ແກ່ການພົວພັນ 2 ປະເທດ ແມ່ນ ຫວຽດນາມ ແລະ ຍີ່ປຸ່ນ ນັ້ນແມ່ນ ພ້ອມກັນຕັ້ງໜ້າ ແລະ ເຈລະຈາກ້າວໄປເຖິງການລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP)

        ທ່ານເອກອັກຄະລັດຖະທູດ ຫງວຽນກວກເກືອງ ໃຫ້ຮູ້ວ່າ: ຫວຽດນາມ ແລະ ຍີ່ປຸ່ນ ມີບັນດາທັດສະນະຄ້າຍຄືກັນທີ່ສຸດໃນບັນຫາທະເລຕາເວັນອອກ. ຫວຽດນາມ ຕີລາຄາສູງຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຍີ່ປຸ່ນ ທີ່ສະໜັບສະໜູນ ຫວຽດນາມ ໃນບັນຫາທະເລຕາເວັນອອກ. ທັງ 2 ຝ່າຍລ້ວນແຕ່ມີແຜນນະໂຍບາຍ, ບັນດາບັນຫາຂັດແຍ້ງກັນຢູ່ທະເລຕາເວັນອອກຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ບໍ່ນາບຂູ່, ບໍ່ນຳໃຊ້ກຳລັງອາວຸດ ອີງໃສ່ກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ຕອບກັບ

ຂ່າວ/ບົດ​ອື່ນ