ຍີ່​ປຸ່ນ: ບໍ່​ກວດ​ພົບ​ທາດ tritium ໃນ​ປາ ພາຍຫຼັງ​ 1 ເດືອນ ທີ່​ປ່ອຍ​ນ້ຳ​ເສຍ​ຈາກ​ໂຮງ​ງານ​ໄຟ​ຟ້າ​ນິວ​ເຄຼຍ Fukushima ອອກ​ສູ່​ທະ​ເລ

(VOVWORLD) - ມາຮອດປັດຈຸບັນ, ບໍ່ກວດພົບທາດ tritium ໃນ ປາ 64 ຊະນິດ ທີ່ ຫາມາໄດ້ແຕ່ວັນທີ 8 ສິງຫາ. 
ຍີ່​ປຸ່ນ: ບໍ່​ກວດ​ພົບ​ທາດ tritium ໃນ​ປາ ພາຍຫຼັງ​ 1 ເດືອນ ທີ່​ປ່ອຍ​ນ້ຳ​ເສຍ​ຈາກ​ໂຮງ​ງານ​ໄຟ​ຟ້າ​ນິວ​ເຄຼຍ Fukushima ອອກ​ສູ່​ທະ​ເລ - ảnh 1ພາບປະກອບ: TTXVN

ວັນທີ 25 ກັນຍາ, ລັດຖະບານ ຍີ່ປຸ່ນ ໃຫ້ຮູ້ວ່າ ບໍ່ພົບເຫັນທາດ tritium ໃນປ່າທີ່ໄດ້ຫາມາໃນລະຫວ່າງ ວັນທີ 8 ສິງຫາ ຮອດວັນທີ 24 ກັນຍາ ຢູ່ເຂດທະເລໃກ້ກັບໂຮງງານໄຟຟ້ານິວເຄຼຍ Fukushima, ເຊິ່ງແມ່ນສະຖານທີ່ປ່ອຍນ້ຳເສຍທີ່ໄດ້ຮັບການບຳບັດ ແລ້ວ ກ່ອນນີ້ 1 ເດືອນ. ອົງການສິນໃນນ້ຳ ຍີ່ປຸ່ນ ໄດ້ອັບເດດຂໍ້ມູນປະຈຳວັນນັບແຕ່ເວລາເລີ່ມຕົ້ນ ປ່ອຍນ້ຳເສຍນີ້, ເພື່ອແນໃສ່ລົບລ້າງ ຂ່າວລື ທັງຢູ່ພາຍໃນ ແລະ ຕ່າງປະເທດ ກ່ຽວກັບຜົນກະທົບຂອງການເຄື່ອນໄຫວນີ້ຕໍ່ສິ່ງແວດລ້ອມ. ມາຮອດປັດຈຸບັນ, ບໍ່ກວດພົບທາດ tritium ໃນ ປາ 64 ຊະນິດ ທີ່ ຫາມາໄດ້ແຕ່ວັນທີ 8 ສິງຫາ. ຍີ່ປຸ່ນມີແຜນການກວດກາ180 ຕົວຢ່າງ ນັບແຕ່ປັດຈຸບັນຈົດຮອດທ້າຍເດືອນມີນາປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ