ຍີ່ປຸ່ນ ບໍ່ປະລະຄວາມ ມານະພະຍາຍາມກູ້ຊີວິດຕົວປະກັນຖືກ IS ຈັບຕົວ

ຍີ່ປຸ່ນ ບໍ່ປະລະຄວາມ ມານະພະຍາຍາມກູ້ຊີວິດຕົວປະກັນຖືກ IS ຈັບຕົວ - ảnh 1
ຍີ່ປຸ່ນ ບໍ່​ປະລະ​ຄວາມ​ມານະພະ​ຍາ​ຍາມ​ກູ້​ຊີວິດ​ຕົວ​ປະກັນ​ຖືກ IS ຈັບ​ຕົວ
(ພາບ: Reuters)

(vovworld) – ວັນ​ທີ 24/01, ຍີ່ປຸ່ນ ​ໃຫ້​ຄຳ​ໝັ້ນ​ສັນຍາ ຈະ​ບໍ່​ປະລະ​ບັນດາ​ຄວາມ​ມານະ​ພະຍາຍາມ​ເພື່ອ​ແນ​ໃສ່​ກູ້​ຊີວິດ​ຕົວ​ປະກັນ 2 ຄົນ ​ເຊິ່ງ​ແມ່ນ​ພົນລະ​ເມືອງ​ຂອງ​ປະ​ເທດ​ນີ້ຖືກ​ບັນດາ​ມື​ປືນກໍ່​ການ​ຮ້າຍ​ລອກ​ຈັບ​ຕົວ. ປະຈຸ​ບັນ, ຍັງ​ບໍ່​ທັນ​ມີ​ຂ່າວກ່ຽວ​ກັບ​ຕົວ​ປະກັນ 2 ຄົນ​ດັ່ງກ່າວ, ພາຍຫຼັງ​ກຳນົດ​ເວລາ​ສຸດ​ທ້າຍ​ກວ່າ 1 ວັນ​ເພື່ອ​ໃຫ້​ລັດຖະບານ​ຍີ່ປຸ່ນ​ມອບຄຳໄຖ່.

        ກ່າວ​ຄຳ​ເຫັນ​ຕໍ່​ກັບ​ວົງ​ການ​ນັກ​ຂ່າວ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ Yasuhide Nakayama ​ໃຫ້​ຮູ້​ວ່າ, ນີ້​ແມ່ນ​ວຽກ​ງານ​ຫຍຸ້ງຍາກ ​ແຕ່​ຍີ່ປຸ່ນ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ນຳ​ຕົວ​ປະກັນ​ກັບ​ເມື່ອ​ບ້ານ.  ​ໃນ​ຂະນະ​ນັ້ນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Fumio Kishida ກໍ່​​ໃຫ້​ຮູ້​ວ່າ “ບໍ່​ມີ​ຫຍັງ​ເພື່ອ​ແຈ້ງ​ໃຫ້​ຊາບ” ພາຍຫຼັງ​ຈັດ​ຕັ້ງ​ການ​ພົບ​ປະ​ກັບ​ກຳລັງ​ຮີບ​ດ່ວນ​ໃນ​ຕອນ​ເຊົ້າ​ວັນ​ທີ 23/01.

ຂ່າວ/ບົດ​ອື່ນ