ຍີ່ປຸ່ນ ມີຄວາມຫວັງຢາກປັບປຸງການພົວພັນສອງຝ່າຍກັບ ສ.ເກົາຫຼີ

(VOVWORLD) -ວັນທີ 9 ຕຸລາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe  ໄດ້ສະແດງຄວາມຫວັງ ຢາກພ້ອມກັບທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae In ມານະພະຍາຍາມປັບປຸງການພົວພັນລະຫວ່າງສອງປະເທດ.

ຍີ່ປຸ່ນ ມີຄວາມຫວັງຢາກປັບປຸງການພົວພັນສອງຝ່າຍກັບ ສ.ເກົາຫຼີ - ảnh 1ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe  ກັບທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae ທີ່ການພົບປະນອກກອງປະຊຸມຊຸດທີ 73 ສະມັດຊາໃຫຍ່ ສປຊ ຢູ່ນິວຢອກ (ພາບ:YONHAP/TTXVN)

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe  ໄດ້ຍົກອອກຄໍາຖະແຫຼງດັ່ງກ່າວ ພາຍຫຼັງ ຍີ່ປຸ່ນ ແລະ ສ.ເກົາຫຼີ ສະເຫຼີມສະຫຼອງ 20 ປີ ແຫ່ງວັນສອງປະເທດອອກຖະແຫຼງການຮ່ວມ ສ້າງການພົວພັນມຸ່ງໄປເຖິງພາຍພາກໜ້າ ເປັນເວລາໜຶ່ງວັນ. ກ່າວຄໍາເຫັນທີ່ກອງປະຊຸມ ກ່ຽວກັບການພົວພັນສອງຝ່າຍລະຫວ່າງ ຍີ່ປຸ່ນ - ສ.ເກົາຫຼີ ເຊິ່ງໄດ້ຈັດຂຶ້ນຢູ່ ໂຕກຽວ, ທ່ານນາຍົກລັດຖະມົນຕີ Shinzo Abe   ໄດ້ຊີ້ແຈ້ງວ່າ ທ່ານມີຄວາມປາດຖະໜາຢາກພ້ອມກັບ ທ່ານປະທານາທິບໍດີ Moon Jae In ມານະພະຍາຍາມຊຸກຍູ້ພັດທະນາການພົວພັນລະຫວ່າງສອງປະເທດ ທີ່ເຄີຍເຄັ່ງຕຶງ ຍ້ອນບັນດາບັນຫາປະຫວັດສາດໃນສະໄໝສົງຄາມ ແລະ ອໍານາດອະທິປະໄຕຜືນແຜ່ນດິນ. ຕາມທ່ານ Shinzo Abe  ແລ້ວ ບັນດາບັນຫາຫຍຸ້ງຍາກ ເກີດຂຶ້ນນີ້ ເປັນຍ້ອນ ຍີ່ປຸ່ນ ແລະ ສ.ເກົາຫຼີ ແມ່ນສອງປະເທດບ້ານໃກ້ເຮືອນຄຽງກັນ. ທ່ານຖືວ່າ ສອງຝ່າຍຕ້ອງມີຄວາມຕັດສິນໃຈຈາກຄະນະການນໍາດ້ານການເມືອງ ເພື່ອແກ້ໄຂບັນດາບັນຫາດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ