ຍີ່ປຸ່ນ, ສ ເກົາຫຼີ ເປັນເອກະພາບ ເຊື່ອມຕໍ່ການພົວພັນ 2 ຝ່າຍ
ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Fumio Kishida
(ພາບ: AFP)
(vovworld) - ວັນທີ 1/7, ຍີ່ປຸ່ນ ແລະ ສ ເກົາຫຼີ ເຫັນດີເປັນເອກະພາບເຊື່ອມຕໍ່ການພົວພັນ 2 ຝ່າຍພາຍຫຼັງການໂຕ້ຖຽງກັນທີ່ກ່ຽວຂ້ອງເຖິງບັນຫາປະຫວັດສາດສົງຄາມ ແລະ ການພິພາດໝູ່ເກາະ Dokdo/ Takesshima ເຊິ່ງທັງ 2 ປະເທດລ້ວນແຕ່ຖະແຫຼງປະກາດອະທິປະໄຕ. ກ່າວຄຳເຫັນພາຍຫຼັງການພົບປະ 2 ຝ່າຍເປັນຄັ້ງທຳອິດ ພາຍຫຼັງ 9 ເດືອນຢູ່ນອກເວທີປາໄສຄວາມໝັ້ນຄົງພາກພື້ນ ອາຊຽນ (ARF) ຢູ່ບຣູໄນ, ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Fumio Kishida ເນັ້ນໜັກວ່າ: ການພົບປະຄັ້ງນີ້ຈະເປັນພື້ນຖານໃຫ້ແກ່ເລື່ອງສ້າງການພົວພັນຫຼາຍຮູບແບບ ແລະ ມຸ່ງໄປເຖິງອະນາຄົດລະຫວ່າງ ຍີ່ປຸ່ນ ແລະ ສ ເກົາຫຼີ. ທີ່ການພົບປະດັ່ງກ່າວ, ລັດຖະມົນຕີການຕ່າງປະເທດ 2 ປະເທດ ໄດ້ເຫັນດີເປັນເອກະພາບວ່າຄວນຊຸກຍູ້ບັນດາການພົບປະຂັ້ນສູງ 2 ຝ່າຍ, ໃນນັ້ນມີເລື່ອງຈັດຕັ້ງການເຈລະຈາລະຫວ່າງນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ປະທານາທິບໍດີ ສ ເກົາຫຼີ Park Geun Hye ໃນອະນາຄົດໃກ້ໆນີ້.