ຍີ່ປຸ່ນ ສືບຕໍ່ຊຸກຍູ້ການພົວພັນຫລາຍດ້ານກັບ ອາຊຽນ

(VOVWORLD) - ວັນທີ 11 ກໍລະກົດ ທີ່ ໂຕກຽວ, ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Fumio Kishida ມີການພົບປະກັບເອກອັກຄະລັດຖະທູດບັນດາປະເທດ ອາຊຽນ

ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ (08/08/1967 – 08/08/2017). ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ຢືນຢັນວ່າ ຍີ່ປຸ່ນ ຍາມໃດກໍ່ຖື ອາຊຽນ ແມ່ນພາກພື້ນພັດທະນາຂະຫຍັນຂັນເຄື່ອນ ມີຜົນສະທ້ອນໃຫຍ່ຫລວງຕໍ່ການພັດທະນາລວມຂອງ ພາກພື້ນ ແລະ ໂລກ. ດັ່ງນັ້ນ, ຍີ່ປຸ່ນ ຖືເປັນສຳຄັນການຮ່ວມມືກັບບັນດາປະເທດ ອາຊຽນ ເພື່ອສັນຕິພາບ, ສະຖຽນລະພາບ, ວັດທະນະຖາວອນຂອງມວນມະນຸດ. ຝ່າຍ ຍີ່ປຸ່ນ ຫວັງວ່າ ຈະສືບຕໍ່ໜູນຊ່ວຍບັນດາປະເທດ ອາຊຽນ ໃນຂອງເຂດການຮ່ວມມື 2 ຝ່າຍ.

        


ຕອບກັບ

ຂ່າວ/ບົດ​ອື່ນ