ຍີ່ປຸ່ນ, ອັງກິດ ດໍາເນີນການເຈລະຈາກ່ຽວກັບຂໍ້ຕົກລົງ FTA
(VOVWORLD) - ວັນທີ 09 ມິຖຸນາ, ຍີ່ປຸ່ນ ແລະ ອັງກິດ ເລີ່ມດໍາເນີນບັນດາການເຈລະຈາກ່ຽວກັບຂໍ້ຕົກລົງການຄ້າເສລີ (FTA) ສອງຝ່າຍ ແນໃສ່ບັນລຸໄດ້ຂໍ້ຕົກລົງໃນທ້າຍປີນີ້, ເມື່ອໄລຍະຂ້າມຜ່ານພາຍຫຼັງ Brexit ສິ້ນສຸດລົງ.
ທີ່ກອງປະຊຸມອອນລາຍດໍາເນີນໃນວັນທີ 9 ມິຖຸນາ ໂດຍທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Toshimitsu Motegi ແລະ ທ່ານລັດຖະມົນຕີກະຊວງການຄ້າ ອັງກິດ Liz Truss ຮ່ວມກັນເປັນປະທານ, ສອງຝ່າຍໄດ້ເຫັນດີຈະສ້າງ ຂໍ້ຕົກລົງ FTA ອີງຕາມຂໍ້ຕົກລົງການຄ້າເສລີ ລະຫວ່າງ ຍີ່ປຸ່ນ ແລະ ອີຢູ ທີ່ມີໃນປັດຈຸບັນ, ໃນນັ້ນ ໂຕກຽວ ຢາກລົບລ້າງພາສີລົດໂອໂຕ, ໃນຂະນະທີ່ ອັງກິດ ຢາກນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ບັນດາການບໍລິການດ້ານການເງິນ ແລະ ຂະແໜງຕໍ່າແຜ່ນຕັດຫຍິບຂອງປະເທດນີ້.
ອັງກິດ ໄດ້ຖອນຕົວອອກຈາກ ອີຢູ ຢ່າງເປັນທາງການໃນທ້າຍເດືອນມັງກອນ 2020 ແລະ ປັດຈຸບັນ ພວມດໍາເນີນການເຈລະຈາຂໍ້ຕົກລົງການຄ້າສອງຝ່າຍກັບນັບສິບປະເທດ. ອັງກິດ ປາດຖະໜາຢາກບັນລຸໄດ້ຂໍ້ຕົກລົງການຄ້າສະບັບຕ່າງໆກ່ອນທ້າຍປີນີ້, ເມື່ອປະເທດນີີ້ບໍ່ໄດ້ເຂົ້າຮ່ວມຂໍ້ຕົກລົງການຄ້າສະບັບຕ່າງໆຂອງ ອີຢູ. ປັດຈຸບັນ, ອັງກິດ ກໍຊອກຫາວິທີເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP).