ຍີ່ປຸ່ນ ແມ່ນປະເທດນຳເຂົ້າສິນໃນນ້ຳຈາກຫວຽດນາມ ຫຼາຍທີ່ສຸດ
(VOVWORLD) - ຍີ່ປຸ່ນໄດ້ລື່ນກາຍອາເມລິກາ ກາຍເປັນປະເທດນຳເຂົ້າສິນໃນນ້ຳ ຫວຽດນາມ ຫຼາຍທີ່ສຸດໄລ່ຮອດໄຕມາດທີ 1 ປີນີ້, ດວ້ຍມູນຄ່າບັນລຸກ່ວາ 310 ລ້ານ USD. ການສົ່ງອອກສິນໃນນ້ຳໄປຍັງ ຍີ່ປຸ່ນ ເພີ່ມຂຶ້ນສ່ວນຫຼາຍແມ່ນຜະລິດຕະພັນປະເພດສິນທະເລໂດຍເພີ່ມຂຶ້ນແຕ່ 13 – 88%.
ຍີ່ປຸ່ນ ແມ່ນປະເທດນຳເຂົ້າສິນໃນນ້ຳຈາກຫວຽດນາມ ຫຼາຍທີ່ສຸດ (ພາບ: VOV) |
ກົງກັນຂ້າມ, ໃນຈຳນວນບັນດາຕະຫຼາດນຳເຂົ້າສິນໃນນ້ຳ ຫວຽດນາມ, ອາເມລິກາ ມີອັດຕາຫຼຸດລົງຫຼາຍທີ່ສຸດ ດ້ວຍອັດຕາຫຼຸດລົງ 50%, ພຽງແຕ່ບັນລຸໄດ້ປະມານ 290 ລ້ານ USD. ຕາມ ສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ (VASEP) ແລ້ວ, ຕະຫຼາດ ອາເມລິກາ ສ່ວນຫຼາຍຊົມໃຊ້ສິນຄ້າແຊ່ເຢັນ. ສຳລັບສິນຄ້າປະເພດນີ້, ຫວຽດນາມ ຖືກແກ່ງແຍ້ງທັງດ້ານແຫຼ່ງສະໜອງ ແລະ ລາຄາຂາຍກັບບັນດາປະເທດຄື: ອິນເດຍ, Ecuador, ອິນໂດເນເຊຍ…ດ້ວຍຕະຫຼາດສະຫະພາບເອີລົບ (EU), ການສົ່ງອອກສິນໃນນ້ຳຫວຽດນາມ ໄປຍັງຕະຫຼາດນີ້ ກໍ່ຫຼຸດລົງ 29%ໃນໄຕມາດທີ I, ພຽງແຕ່ບັນລຸ 210 ລ້ານ USD ເທົ່ານັ້ນ.