ຍີ່ປຸ່ນ ແລະ ຈີນ ປາດຖະໜາຢາກນຳການພົວພັນ 2 ຝ່າຍໄປສູ່ “ການເລີ່ມຕົ້ນໃໝ່”

(VOVWORLD) - ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ຮຽກຮ້ອງໃຫ້ຊຸກຍູ້ການພົວພັນ 2 ຝ່າຍ ແລະ ປາດຖະໜາຢາກຮ່ວມມືກັບ ຈີນ ໃນບັນຫາ ສປປ ເກົາຫຼີ.

ຍີ່ປຸ່ນ ແລະ ຈີນ ປາດຖະໜາຢາກນຳການພົວພັນ 2 ຝ່າຍໄປສູ່ “ການເລີ່ມຕົ້ນໃໝ່” - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ຈີນ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ

(ພາບ:Reuters)

ວັນທີ 16 ເມສາ, ບັນດາການນຳ ຍີ່ປຸ່ນ ແລະ ຈີນ ໃຫ້ຄຳໝັ້ນສັນຍາສ້າງ “ການເລີ່ມຕົ້ນໃໝ່” ໃນການພົວພັນ 2 ຝ່າຍ, ພ້ອມທັງຮຽກຮ້ອງການຮ່ວມມືແໜ້ນແຟ້ນກ່ວາໃນສະພາບການໂລກມີການຜັນແປຫຼາຍຢ່າງທີ່ກ່ຽວຂ້ອງເຖິງບັນດາຄວາມເຄັ່ງຕຶງດ້ານການຄ້າ ຫຼື ບັນຫານິວເຄຼຍ ຢູ່ ສປປ ເກົາຫຼີ. ທີ່ການຕ້ອນຮັບລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ໃນຂອບເຂດການຢ້ຽມຢາມແກ່ຍາວເວລາ 3 ວັນຂອງທ່ານເຖິງ ໂຕກຽວ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ຮຽກຮ້ອງໃຫ້ຊຸກຍູ້ການພົວພັນ 2 ຝ່າຍ ແລະ ປາດຖະໜາຢາກຮ່ວມມືກັບ ຈີນ ໃນບັນຫາ ສປປ ເກົາຫຼີ. ທ່ານ Abe ກໍ່ຮຽກຮ້ອງຢາກ ຍົກລະດັບການພົວພັນ ຍີ່ປຸ່ນ - ຈີນ, ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໃນຫຼາຍຂົງເຂດ.

        ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ໃຫ້ຮູ້ວ່າ: ປັກກິ່ງ ຢາກນຳການພົວພັນ 2 ຝ່າຍໄປສູ່ “ການເລີ່ມຕົ້ນໃໝ່”, ຮ່ວມມືໃນບັນດາຂົງເຂດເຊິ່ງລວມມີ: ພະລັງງານ, ການເງິນ ແລະ ສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ