ຍີ່​ປຸ່ນ​ ​ໃຫ້​ຄໍາໝັ້ນສັນຍາ​ອຸປະຖໍາ​ນັບ​ຕື້ USD ​ເພື່ອ​ຊຸກຍູ້​ການ​ພັດທະນາ​ອາຊຽນ

(VOVWORLD) -   ຍີ່ປຸ່ນ ໃຫ້ຄໍາໝັ້ນສັນຍາອຸປະຖໍາຈໍານວນເງິນ 3 ຕື້ USD ຜ່ານບັນດາບ້ວງເງິນກູ້ຢືມ ແລະ ລົງທຶນເຂົ້າ ອາຊຽນ ເພື່ອຊຸກຍູ້ການພັດທະນາຢູ່ພາກພື້ນນີ້.

ກ່າວຄໍາເຫັນຢູ່ກອງປະຊຸມຕາມຫົວເລື່ອງ ທີ່ໄດ້ຈັດຂຶ້ນໃນວັນທີ 2 ທັນວາ ຢູ່ ໂຕກຽວ, ປະເທດ, ທ່ານ Tosshimitsu Motegi ລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ ໃຫ້ຮູ້ວ່າ ບັນດານັກລົງທຶນພາກລັດ ແລະ ເອກະຊົນຂອງ ຍີ່ປຸ່ນ ຈະປະກອບ 3 ປີ (2020 – 2022) ເໝືອນດັ່ງສ່ວນໜຶ່ງຂອງຄວາມມານະພະຍາຍາມຂອງ ໂຕກຽວ ເພື່ອແນໃສ່ປົວແປງໂຄງປະກອບພື້ນຖານໂຄງລ່າງ, ມອບສິດໃຫ້ແມ່ຍິງ ແລະ ປົກປັກຮັກສາສິ່ງແວດລ້ອມທໍາມະຊາດ.

        ແຈ້ງການດັ່ງກ່າວ ໄດ້ຍົກອອກພາຍຫຼັງ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໃຫ້ຄໍາໝັ້ນສັນຍາ ເພີ່ມບ້ວງເງິນລົງທຶນ ແລະ ທຶນກູ້ຢືມເພື່ອແນໃສ່ໜູນຊ່ວຍ ອາຊຽນ ເມື່ອເດືອນ ພະຈິກຜ່ານມາ. 

ຕອບກັບ

ຂ່າວ/ບົດ​ອື່ນ