ຍີ່ປຸ່ນ ໄດ້ຮຽກຕົວສະຖານທູດ ຈີນ ກ່ຽວກັບເລື່ອງນຳກຳປັ່ນເຖິງເຂດທະເລພິພາດ

ຍີ່ປຸ່ນ ໄດ້ຮຽກຕົວສະຖານທູດ ຈີນ ກ່ຽວກັບເລື່ອງນຳກຳປັ່ນເຖິງເຂດທະເລພິພາດ - ảnh 1
ໝູ່​ເກາະ​ທີ່ເກີດການ​ພິພາດ ລະຫວ່າງ ຍີ່ປຸ່ນ ແລະ ຈີນ
ພາບ:internet


(vovworld) - ວັນ​ທີ 8/1, ກະຊວງ​ການ​ຕ່າງປະ​ເທດ ຍີ່​ປຸ່ນ ​ໄດ້​ຮຽກ​ຕົວ​​ເອກ​ອັກຄະ​ລັດຖະທູດ ຈີນ ມາ ​ເພື່ອ​ຄັດຄ້ານ​ເລື່ອ​ງກຳ​ປັ່ນ​ຂອງ​ຈີນ ສືບ​ຕໍ່​ມີຫນ້າ​ຢູ່​ເຂດ​ທະ​ເລ​ອ້ອມ​ແອ້ມ​ໝູ່​ເກາະ​ທີ່ເກີດການ​ພິພາດ ຊຶ່ງ​ໂຕ​ກຽວ ​ເອີ​້ນວ່າ Senkeku ​ແລະ ປັກ​ກີ່​ງ ​ເອີ​້ນວ່າ ຕຽວອີ້ ຢູ່ ທະ​ເລ​ຮວາ​ຕຸ​ງ. ຕາມ​ແຈ້ງ​ການ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ຍີ່​ປຸນ ​ແລ້ວ, ທ່ານ Akitaka Saiki ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຍີ່​ປຸ່ນ ​ໄດ້​ພົບ​ປະ​ກັບ​ເອກ​ອັກຄະ​ລັດຖະທູດ ຈີນ ປະຈຳ ຍີ່​ປຸ່ນ ​​​ເຈີງຢົງຮົວ. ທີ່​ການ​ພົບ​ປະ, ທ່ານ Saiki ​ໄດ້​ຄັດຄ້ານ​ຢ່າງ​ແຮງ​ກ່ຽວ​ກັບ​ເລື່ອງ ກຳ​ປັ່ນ 4 ລຳ​ຂອງ ຈີນ ມີຫນ້າ​ຢູ່​​ອ້ອມ​ແອ້ມ​ໝູ່​​ເກາະ Senkaku ​ໃນ​ວັນ​ທີ 7/1 ຜ່ານ​ມາ ພ້ອມ​ທັງ​ຮຽກຮ້ອງ​ອຳນາດ​ການ​ປົກຄອງ ປັກ​ກີ່​ງ ຈ່ົງ​ຢຸດຕິ​ບັນດາ​ການ​ເຄື່ອນ​ໄຫວ້​ຄ້າຍຄື​ດັ່ງກ່າວ. ທ່ານ​ເອກ​ອັກຄະ​ລັດຖະທູດ ຈີນ ​ໄດ້​ຢືນຢັນ​ອະທິ​ປະ​ໄຕ​ຂອງ​ປະ​ເທດ​ນີ້ ສຳລັບ​ໝູ່​ເກາະ ຕຽວອີ້ ​ແລະ ​ໃຫ້​ຮູ້​ວ່າ: ຈະ​ສົ່ງ​ສານ​ຂອງ​ລັດຖະບານ ຍີ່​ປຸ່ນ ​ເຖິງ ປັກ​ກີ່​ງ.

ນີ້​ເປັນ​ຄັ້ງ​ທຳ​ອິດ ​ທີ່ໂຕກຽວ ຮຽກ​ຕົວ​ທ່ານ ​ເອກ​ອັກຄະ​ລັດຖະທູດ ຈີນ ນັບ​ແຕ່​ເມື່ອ​ນາຍົກລັດຖະມົນຕີ ຍີ່​ປຸ່ນ Shinzo Abe ສາບານ​ຕົວ​ຮັບ​ຕຳ​ແຫນ່​ງ​​ເມື່ອ​ວັນ​ທີ 26/12/2012 ຜ່ານ​ມາ.

 

ຂ່າວ/ບົດ​ອື່ນ