ຍີ່ປຸ່ນ ໜູນຊ່ວຍ ເລີມດົ່ງ ກາຍເປັນສູນກະສິກທີ່ຳມີມູນຄ່າສູງຂອງອາຊີຕາເວັນອອກສ່ຽງໃຕ້
(ພາບປະກອບ / vietnam+)
(vovworld) – ໃນຂອບເຂດໂຄງການຮ່ວມມືພັດທະນາກະສິກຳລະຫວ່າງ 2 ປະເທດ ຫວຽດນາມ - ຍີ່ປຸ່ນ, ອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ພວມຕັ້ງໜ້າໜູນຊ່ວຍແຂວງ ເລີມດົ່ງ ຜັນຂະຫຍາຍໂຄງການກໍ່ສ້າງຮູບແບບພັດທະນາກະສິກຳຕາມທິດສຳຜັດກັບຫລາຍຂະແໜງ ແລະ ປັບປຸງສະພາບແວດລ້ອມແຫ່ງການລົງທຶນໃນຂົງເຂດກະສິກຳ. ເຖິງວ່າໂຄງການໃໝ່ຫາກໍ່ດຳເນີນເທົ່ານັ້ນ ແຕ່ໃນເບື້ອງຕົ້ນໄດ້ເປີດແງ່ຫວັງໃໝ່ໃນການພັດທະນາເສດຖະກິດ - ສັງຄົມລວມຂອງທ້ອງຖິ່ນ. ໃນໄລຍະຜ່ານມາ, ແຂວງ ເລີມດົ່ງ ໄດ້ສົມທົບກັບບັນດານັກຊ່ຽວຊານ, ນັກປຶກສາຂອງອົງການຮ່ວມມືສາກົນ ຍີ່ປຸ່ນ(JICA), ພ້ອມກັບບັນດານັກລົງທຶນ ແລະ ບັນດາວິສາຫະກິດມາຈາກ ຍີ່ປຸ່ນ ຈັດຕັ້ງກອງປະຊຸມສຳມະນາ, ລວບລວມຄຳເຫັນ ແລະ ມຸ່ງໄປເຖິງຄວາມເຫັນດີເປັນເອກະພາບຜັນຂະຫຍາຍການປະຕິບັດໂຄງການກໍ່ສ້າງຮູບແບບພັດທະນາກະສິກຳຕາມທິດສຳຜັດກັບຫລາຍຂະແໜງ ແລະ ປັບປຸງສະພາບແວດລ້ອມແຫ່ງການລົງທຶນໃນຂົງເຂດກະສິກຳຢູ່ແຂວງ ເລີມດົ່ງ ຕາມຮູບການຮ່ວມມືພາກລັດ - ເອກະຊົນ. ຝ່າຍ ຍີ່ປຸ່ນ ຈະສົ່ງບັນດານັກຊ່ຽວຊານທາບທາມຄຳເຫັນ ແລະ ໜູນຊ່ວຍແຂວງ ເລີມດົ່ງ ສຳພັດກັບເຕັກໂນໂລຢີການຜະລິດ ແລະ ຫລັງການເກັບກ່ຽວ, ສ້າງລະບົບຮ່ວມສຳພັນໃນການຜະລິດ, ຈຸດໝາຍ ແລະ ສົ່ງອອກ, ດ້ວຍຈຸດປະສົງແມ່ນນຳ ດ່າລາດ - ເລີມດົ່ງ ກາຍເປັນສູນກະສິກທຳທີ່ມີມູນຄ່າສູງຂອງ ອາຊີຕາເວັນອອກສ່ຽງໃຕ້, ມີເຄື່ອງໝາຍການຄ້າກະສິກຳແຖວໜ້າຂອງ ຫວຽດນາມ.