ຍີ່ປຸ່ນກ່າວຫາກຳ່ປັ່ນ3ລຳຂອງຈີນແຊກຊຶມນ່ານທະເລຂອງຕົນ

ຍີ່ປຸ່ນກ່າວຫາກຳ່ປັ່ນ3ລຳຂອງຈີນແຊກຊຶມນ່ານທະເລຂອງຕົນ - ảnh 1
(ພາບ​ປະ​ກອບ​ຈາກ AFP/TTXVN)

(vovworld) - ວັນ​ທີ 9/1, ກຳລັງ​ປົກ​ປ້ອງ​ຝັ່ງ​ທະ​ເລ​ຍີ່ປຸ່ນ (JCG) ​ໃຫ້​ຮູ້​ວ່າ ກຳ່​ປັ່ນ 3 ລຳ​ຂອງກຳລັງ​ປົກ​ປ້ອງ​ຝັ່ງ​ທະ​ເລ​ຈີນ (CCG) ​ໄດ້ ແຊກ​ຊຶມ​​ເຂົ້າ​ເຂດ​ທະ​ເລ​ຂອງ​ຍີ່ປຸ່ນ, ມໍ່​ກັບ​ເກາະ​ Senkaku ທີ່​ພວມ​ຂັດ​ແຍ້​ງກັນ ຢູ່​ທະ​ເລ​ຮວາ​ຕຸ​ງ. ນີ້​ແມ່ນການ​ແຊກ​ຊືມຄັ້ງ​ທຳ​ອິດ​ຂອງກຳ່​ປັ່ນ​ຈີນ​ໃນ​ປີ 2015. ກຳ​ປັ່ນ​ລາດຕະ​ເວນ​ຂອງ JCG ​ໄດ້​ອອກ​ຄຳ​ສັ່ງ​ກ່າວ​ເຕືອນ, ຮຽກຮ້ອງ​ກຳ​ປັ່ນ 3 ລຳ​ຂອງ​ຈີນ​ຕ້ອງ​ອອກ​ຈາກ​ເຂດ​ນີ້. ​ແຕ່ 1 ​ໃນ 3 ກຳ່​ປັ່ນ​ດັ່ງກ່າວ​ໄດ້​ອອກ​ສັນຍານ​​ໂຕ້​ຕອບ​ວ່າ, ນີ້​ແມ່ນ​ເຂດ​ທະ​ເລ​ທີ່​ຂຶ້ນ​ກັບ​ອະທິປະ​ໄຕ​ຂອງ​ຈີນ. ການ​ແຊກ​ຊືມຄັ້ງ​ມໍ່ໆ​ນີ້​ຂອງ​ບັນດາກຳ່​ປັ່ນ CCG ​ເຂົ້າ​ເຂດ​ທະ​ເລ​ຂອງ​ຍີ່ປຸ່ນ​ແມ່ນ​ໃນ​ວັນ​ທີ 30/12/2014.


ຂ່າວ/ບົດ​ອື່ນ