ທ່ານນາຍົກລັດຖະມົນຕີ Shinzo Abe ທີ່ການປະຊຸມຂ່າວ
(ພາບ: Reuters).
(vovworld) – ຕອນເຊົ້າວັນທີ 1/2, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ຮຽກໂຮມປະຊຸມຄະນະລັດຖະບານດ່ວນພາຍຫຼັງອົງການ “ລັດອິດສະລາມ” (IS) ອ້າງຊື່ເອງ ປະກາດ ວີດີໂອເຂັ່ນຂ້າຕົວປະກັນ Kenji Goto. ທ່ານນາຍົກລັດຖະມົນຕີ Shinzo Abe ກໍ່ໄດ້ແບ່ງປັນຄວາມທຸກກັບຄອບຄົວຕົວປະກັນຜູ້ນີ້, ຖືວ່ານີ້ແມ່ນເຫດການ “ເປັນໜ້າເສຍດາຍ”. ແຕ່ຍີ່ປຸ່ນ ຈະບໍ່ອະໄພໃຫ້ບັນດາການກະທຳກໍ່ການຮ້າຍຢ່າງເດັດຂາດ. ທີ່ການປະຊຸມຂ່າວໃນວັນທີ 1/2, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ Kishida Fumio ເນັ້ນໜັກວ່າ: ຍີ່ປຸ່ນ ສືບຕໍ່ຢັ້ງຢືນຂໍ້ມູນຂ່າວເຊິ່ງ IS ຍົກອອກມາ.
ບັນດາປະເທດໃນໂລກ, ໃນນັ້ນມີ ອາເມລິກາ, ອັງກິດ, ຝຣັ່ງ, ເຢຍລະມັນ…. ກ່າວປະນາມເລື່ອງ IS ເຂັ່ນຂ້າພົນລະເມືອງ ຍີ່ປຸ່ນ ຢ່າງແຮງ, ພ້ອມທັງສະແດງຄວາມສາມັກຄີກັບ ຍີ່ປຸ່ນໃນການທົດສອບໃໝ່ນີ້. ທ່ານເລຂາທິການໃຫຍ່ ສປຊ Ban Ki Moon ກ່າວປະນາມເລື່ອງ IS ເຂັ່ນຂ້າຕົວປະກັນຊາວ ຍີ່ປຸ່ນ ແລະ ຮຽກຮ້ອງໃຫ້ IS ປ່ອຍຕົວເປັນອິດສະຫຼະໃຫ້ຕົວປະກັນທຸກຄົນພວມຖືກ IS ກັກຂັງ.