ຍີ່ປຸ່ນຊັ່ງຊາການຜັນຂະຫຍາຍລູກສອນໄຟຕິດປີກໃນອະນາຄົດ

(VOVWORLD)-ລູກສອນໄຟນອນໃນການຄາດຄະເນຂອງລັດຖະບານແມ່ນລູກສອນໄພຕິດປີກໄລຍະໄກ Tomahawk

(vovworld)-ວັນທີ 06/05, ສື່ມວນຊົນຍີ່ປຸ່ນ ໃຫ້ຮູ້ວ່າ, ລັດຖະບານປະເທດນີ້ ໄດ້ເລີ່ມກວດກາຄວາມສາມາດຜັນຂະຫຍາຍບັນດາລູກສອນໄຟຕິດປີກໃນອະນາຄົດ ເພືຶ່ອແນໃສ່ຮັບມືກັບບັນດາໄພນາບຂູ່ທີ່ກ່ຽວຂ້ອງເຖິງບັນດາເຫດຍິງລູກສອນໄຟນຳວິຖີຂອງສປປ.ເກົາຫຼີ. 

ຍີ່ປຸ່ນຊັ່ງຊາການຜັນຂະຫຍາຍລູກສອນໄຟຕິດປີກໃນອະນາຄົດ - ảnh 1 (ພາບປະກອບ: EPA/TTXVN)

ສຳນັກຂ່າວສານ Kyodo ໄດ້ຄັດຄຳເວົ້າຂອງເຈົ້າໜ້າທີ່ລັດຖະບານທ່ານໜຶ່ງໂດຍບໍ່ເຜີຍຊື່ໃຫ້ຮູ້ວ່າ, ລູກສອນໄຟນອນໃນການຄາດຄະເນຂອງລັດຖະບານແມ່ນລູກສອນໄພຕິດປີກໄລຍະໄກ Tomahawk, ອາວຸດປະເພດນີ້ສາມາດຜັນຂະຫຍາຍຢູ່ບັນດາກ່ຳປັ່ນມີລະບົບປ້ອງກັນລູກສອນໄຟ Aegis ຂອງກຳລັງປ້ອງກັນທະເລຍີ່ປຸ່ນ. ນີ້ແມ່ນລູກສອນໄຟໄລຍະໄກ ມີຄວາມສາມາດຢ່າງພຽງພໍສາມາດບຸກຕີທຸກເປົ້າໝາຍຢູ່ເຂດດິນແດນຂອງສປປ.ເກົາຫຼີ ເມື່ອຍິງຈາກກ່ຳປັ່ນຮົບຢູ່ເຂດທະເລຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ