ຍີ່ປຸ່ນດຳເນີນການຊ້ອມຮົບປ້ອງກັນເກາະ

ຍີ່ປຸ່ນດຳເນີນການຊ້ອມຮົບປ້ອງກັນເກາະ - ảnh 1

(ພາບ:anninhthudo.vn)

(vovworld): ວັນ​ທີ 13/1, ​ກຳລັງ​ປ້ອງ​ກັນ​ຕົວ​ຍີ່ປຸ່ນ (SDF)  ​ໄດ້​ດຳ​ເນີນ​ການ​ຊ້ອມ​ຮົບ​ປ້ອງ​ກັນ​ເກາະ​ຢູ່​ນະຄອນ Narashino ຂຶ້ນ​ກັບ​ແຂວງ Chiba ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ເຮືອບິນ​ປະມານ 20 ລຳ ​ແລະ ລົດ​ຫຸ້ນ​ເກາະ 33 ຄັນ. ການ​ຊອ້ມຮົບ​ພຽງ​ແຕ່​ມີ​ການ​ເຂົ້າຮ່ວມ​ຂອງ​ກຳລັງຂົນ​ສົ່ງ​ທາງ​ອາກາດ ​ແລະ ​ໄດ້​ດຳ​ເນີນ​ດ້ວຍການ​ສົມມຸດ​ຖານວ່າ​ກໍລະນີເກາະ​ແຫ່ງ​ໜຶ່ງ​ຂອງ​ຍີ່ປຸ່ນ ຖືກ​ສັດຕູ​ຍຶດຄອງ ​ແລະ ກຳລັງ​ດັ່ງກ່າວ​ຕ້ອງພະຍາຍາມ​ຍຶດເອົາ​​ໂດຍ​ມີ​ການ​ໜູນ​ຊ່ວຍ​ຂອງ​ກອງທັບ​ອາກາດ ​ແລະ ກອງທັບ​ເຮືອ. ກ່າວ​ຄຳ​ເຫັນ​ຫຼັງ​ການ​ຊ້ອມ​ຮົບ, ທ່ານ Itsunori Onodera ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຍີ່ປຸ່ນ ​ໃຫ້​ຮູ້​ວ່າ: ສະພາບ​ຄວາມ​ສະຫງົບ​ປອດ​ໄພ​ຂອງ​ປະ​ເທດ​ນີ້ພວມ​ຊົ່ວ​ຮ້າຍ​ລົງ ​ໃນ​ສະພາບ​ການ​ທີ່​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ໄດ້​ຍູ້​ໄວ​ການສ້າງ​ກອງທັບ​ເປັນ​ທັນ​ສະ​ໄໝ, ພິ​ເສດ​ແມ່ນ​ພາຍ​ຫລັງ​ທີ່ ສປປ​ເກົາຫຼີ ​​ດຳ​ເນີນ​ການ​ຍິງ​ດາວ​ທຽມ​ສອງ​ຄັ້ງທີ່​ກໍ່​​ໃຫ້​ເກີດການ​ໂຕ້​ຖຽງ​ກັນ. ຕາມ​ທ່ານລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຍີ່ປຸ່ນ Itsunori Onodera ​ແລ້ວ, ກຳລັງ​ປ້ອງ​ກັນ​ຕົວ​ຍີ່ປຸ່ນ (SDF)  ຕ້ອງ​ເດັດດ່ຽວ​ປົກ​ປັກ​ຮັກສາ​ຜືນ​ແຜ່ນດິນ​ແຫ່ງ​ຊາດ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ ​ແລະ ຊີວິດ​ອິນ​ຊີ​​ໃຫ້​ປະຊາຊົນ​ຍີ່​ປຸ່ນ.

ຂ່າວ/ບົດ​ອື່ນ