ຍີ່ປຸ່ນຜັນຂະຫຍາຍລະບົບປ້ອງກັນລູກສອນໄຟ PAC-3ເຖິງ Okinawa

ຍີ່ປຸ່ນຜັນຂະຫຍາຍລະບົບປ້ອງກັນລູກສອນໄຟ PAC-3ເຖິງ Okinawa - ảnh 1
ລູກ​ສອນ​ໄຟ Patriot
ພາບ: cpv.org.vn


(vovworld) - ຕອນ​ບ່າຍ​ວັນ​ທີ 18/4, ກຳລັງ​ປ້ອງ​ກັນ​ຍີ່​ປຸ່ນ ​ໄດ້​ເລີ່​ມຕົ້ນ​ຜັນ​ຂະຫຍາຍ​ລູກ​ສອນ​ໄຟ Patriot Advanced Capability 3 ​​ເຖິງ​ແຂວງ​ພາກ​ໃຕ້ Okinawa. ບັນດາ​ລູກ​ສອນ​ໄຟປະ​ເພດ​ດັ່ງກ່າວ​ແມ່ນ​ຈາກ​ຖານ​ທີ່​ໝັ້ນ​ກອງທັບ​ອາກາດ Hamamatsu ຂຶ້ນ​ກັບ​ແຂວງ Shizuoka ພາກ​ກາງ​ຍີ່​ປຸ່ນ. ກະຊວງ​ປ້ອງ​ກັນ​ປະ​ເທດ​ຍີ່​ປຸ່ນ ​ໄດ້​ວາງ​​ແຜນການ​ຈັດ​ວາງ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟປະ​ເພດ​ດັ່ງກ່າວ​​ເປັນ​ປະຈຳ​ຢູ່​ແຂວງ Okinawa ​​ໃນ​ເດືອນ 3/2015 ​ແຕ່​​ໄດ້​ປະຕິບັດ​ແຜນການ​ນີ້​ໄວ​ກວ່າ​ການ​ກຳນົດ​ເພື່ອ​ເພີ່ມ​ທະວີ​ຄວາມ​ສາມາດ​ປ້ອງ​ກັນ​ໃນ​ກໍລະນີ ສປປ ​ເກົາຫລີ​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ.

ຕອບກັບ

ຂ່າວ/ບົດ​ອື່ນ