ຍີ່ປຸ່ນພົບເຫັນກຳ່ປັ່ນເດີ່ນບີນຈີນບົນທະເລຮວາຕຸງ
ກຳ່ປັ່ນເດີ່ນບິນແຫຼວໜິງຂອງ ຈີນ
(ພາບ: THX/TTXVN)
(vovworld) - ກະຊວງປ້ອງກັນປະເທດ ຍີ່ປຸ່ນ ໃຫ້ຮູ້ວ່າ, ກຳ່ປັ່ນສູ້ຮົບຂອງປະເທດນີ້ໄດ້ຄົ້ນພົບກຳ່ປັ່ນເດີ່ນບິນແຫຼວໜິງຂອງ ຈີນ ທີ່ປະກົດເປັນຄັ້ງທຳອິດຢູ່ເຂດກາງທະເລ ຮວາຕຸງ ໃນຕອນເຊົ້າວັນທີ 24/12 ແລະ ພວມເຄື່ອນຍ້າຍໄປທາງທິດຕາເວັນອອກ. ຕາມກະຊວງປ້ອງກັນປະເທດ ຍີ່ປຸ່ນແລ້ວກຳ່ປັ່ນເດີ່ນບິນແຫຼວໜິງຂອງ ຈີນ, ໄດ້ປະກົດພ້ອມກັບກຳ່ປັ່ນປົກຄອງ 7 ລຳ. ແຈ້ງການຂອງ ກະຊວງປ້ອງກັນປະເທດ ຍີ່ປຸ່ນ ບໍ່ສະໜອງຂໍ້ມູນຕື່ມອີກກ່ຽວກັບການເຄື່ອນໄຫວຕ່າງໆຂອງກອງກຳ່ປັ່ນດັ່ງກ່າວເທື່ອ. ເຖິງຢ່າງໃດກໍ່ຕາມ, ກຳ່ລັງປ້ອງກັນບົນທະເລຂອງ ຍີ່ປຸ່ນ ໃຫ້ຮູ້ພວມຕິດຕາມສະພາບການຢ່າງແໜ້ນແຟ້ນ. ກ່ອນນັ້ນມື້ໜຶ່ງ, ຂ່າວສານຊິນຮວາ ໄດ້ໃຫ້ຂ່າວວ່າມີກຳ່ປັ່ນກອງໜຶ່ງຂອງ ຈີນ, ໃນນັ້ນມີກຳ່ປັ່ນເດີ່ນບິນແຫຼວໜິງໄດ້ເດີນທາງໄປຍັງເຂດທະເລທາງທິດຕາເວັນຕົກ ປາຊີຟິກ ເພື່ອດຳເນີນການຊ້ອມຮົບປະຈຳໄລຍະ.