ຍີ່ປຸ່ນພ້ອມແລ້ວທີ່ຈະໂອ້ລົມສົນທະນາຢ່າງບໍ່ມີເງື່ອນໄຂກັບ ສປປ.ເກົາຫຼີ
(VOVWORLD) - "ຂ້າພະເຈົ້າ ຈະບໍ່ໃຫ້ພາດບໍ່ວ່າໂອກາດໃດໆເພື່ອອາດຈະແກ້ໄຂບັນຫາດັ່ງກ່າວໄດ້. ຂ້າພະເຈົ້າຈະພົບປະກັບທ່ານ Kim Jong-un ປະທານພັກແຮງງານ ສປປ.ເກົາຫຼີ ເຊິ່ງບໍ່ຈຳເປັນຕ້ອງມີເງື່ອນໄຂໃດໆກ່ອນ”
ວັນທີ 6 ພຶດສະພາ, ທ່ານ Shinzo Abe ນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ຢັ້ງຢືນວ່າ ທ່ານພ້ອມແລ້ວທີ່ຈະພົບປະກັບການນຳ ສປປ.ເກົາຫຼີ Kim Jong-un ເຊິ່ງບໍ່ຕ້ອງການເງື່ອນໄຂໃດໆກ່ອນເພື່ອແນໃສ່ແກ້ໄຂບັນຫາທີ່ກ່ຽວຂ້ອງເຖິງບັນດາພົນລະເຮືອນຂອງ ຍີ່ປຸ່ນ ທີ່ຖືກພຽງຢາງ ລອກຈັບຕົວ.
ກໍ່ໃນວັນດຽວກັນ, ທ່ານ Shinzo Abe ນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ມີການເຈລະຈາທາງໂທລະສັບກັບ ທ່ານ Donald Trump ປະທານາທິບໍດີ ອາເມລິກາ. ກ່າວຄຳເຫັນກັບວົງການນັກຂ່າວພາຍຫຼັງການເຈລະຈາທາງໂທລະສັບ, ທ່ານ ໄດ້ເນັ້ນໜັກວ່າ: “ຂ້າພະເຈົ້າ ຈະບໍ່ໃຫ້ພາດບໍ່ວ່າໂອກາດໃດໆເພື່ອອາດຈະແກ້ໄຂບັນຫາດັ່ງກ່າວໄດ້. ຂ້າພະເຈົ້າຈະພົບປະກັບທ່ານ Kim Jong-un ປະທານພັກແຮງງານ ສປປ.ເກົາຫຼີ ເຊິ່ງບໍ່ຈຳເປັນຕ້ອງມີເງື່ອນໄຂໃດໆກ່ອນ”