ຍີ່ປຸ່ນຢັ້ງຢືນຮັກສາຫລັກໝັ້ນຄວາມຂັດແຍ້ງເກາະກັບລັດເຊຍຢ່າງເປັນທາງການ

ຍີ່ປຸ່ນຢັ້ງຢືນຮັກສາຫລັກໝັ້ນຄວາມຂັດແຍ້ງເກາະກັບລັດເຊຍຢ່າງເປັນທາງການ - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຍີ່​ປຸ່ນ Shinzo Abe
ພາບ:xaluan.com

(vovworld)-​ ວັນ​ທີ 18/11, ທ່ານ Yoshihide Suga, ຫົວ​ຫນ້າ​ຫ​ອ້ງວ່າ​ການ​ລັດ​ຖະ​ບານ ຍີ່​ປຸ່ນ ໄດ້​ຖະ​ແຫລງວ່າ ບໍ່​ມີ​ຄວາມ​ປ່ຽນ​ແປງ​ໃດ​ກ່ຽວ​ກັບ​ຫລັກ​ໝັ້ນ​ຂອງ​ລັດ​ຖະ​ບານ​ປະ​ເທດນີ້ ຊຸກ​ຍູ້​ເລື່ອ​ງ​ລັດ​ເຊຍ ມອບ​ຄືນ​ເກາະ 4 ແຫ່ງ​ທີ່​ເກີດ​ຄວາມ​ຂັດ​ແຍ້ງ ຊື່ງ ປະ​ຈຸ​ບັນ ມົດ​ສ​ະ​ກູ​ພວມ​ຄວບ​ຄຸມ ແລະ ເອີ້ນ​ວ່າ ໝູ່​ເກາະ Kuril ໃຕ້ ໃນ​ຂະ​ນະ​ນັ້ນ ໂຕ​ກຽວ ເອີ້ນ​ວ່າ ເຂດ​ດິນ​ແດນ​ທາງ​ທິດ​ເຫນືອ. ກ່າວ​ຄຳ​ເຫັນ​ທີ່​ສຳ​ນັກ​ງານ​ຂອງ Kyodo ຢູ່ ໂຕ​ກຽວ, ທ່ານ Suga ໃຫ້​ຮູ້​ວ່າ: “ລັດ​ຖະ​ບານ ພວມ​ສືບ​ຕາມ​ສົນ​ທິ​ສັນ​ຍາ​ສັນ​ຕິ​ພາບ ພາ​ຍ​ຫລັງ​ເຮັດ​ແຈ້ງ​ເລື່ອງມອບ​ຄືນເກາະ 4 ແຫ່ງ​ດັ່ງ​ກ່າວ.

ຫວ່າງ​ແລ້ວນີ້, ຕາມ​ແຫລ່ງ​ຂ່າວ​ຈາກ​ລັດ​ຖະ​ບານ ຍີ່​ປຸ່ນ ໃຫ້​ຮູ້​ວ່າ: ອຳ​ນາດ​ການ​ປົກ​ຄອງ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ພວມ​ພິ​ຈາ​ລະ​ນາ​ເລື່ອງ​ລົງ​ນາມ​ໃນ​ສົນ​ທິ​ສັນ​ຍາ​ສັນ​ຕິ​ພາບ ກັບ​ລັດ​ເຊຍ ຊື່ງບໍ່​ມີ​ເງື່ອນ​ໄຂ ກ່ອນ​ອື່ນ ມົດ​ສະ​ກູ ຕ້ອງ​ຮັບ​ຮູ້​ອະ​ທ​ິ​ປະ​ໄຕ​ຂອງ ຍີ່​ປຸ່ນ ສຳ​ລັບ ເກາະ 4 ແຫ່ງ​ທີ່​ພວມ​ເກີດ​ຄວາມ​ຂັດ​ແຍ້ງ.


ຕອບກັບ

ຂ່າວ/ບົດ​ອື່ນ