ຍິ່ປຸ່ນ-ອາເມລິກາຍັງບໍ່ ທັນມີທາງອອກໃນ ການເຈລະຈາ TPP
ທ່ານ Akira Amari ໃນການປະຊຸມຂ່າວຫຼັງການເຈລະຈາຢູ່ໂຕກຽວເມື່ອວັນທີ 10/4
(ພາບ: AFP/ TTXVN)
(vovworld)- ວັນທີ 18/4, ຮອບເຈລະຈາຂັ້ນລັດຖະມົນຕີລະຫວ່າງຍີ່ປຸ່ນ ແລະ ອາເມລິກາ ກ່ຽວກັບສັນຍາເສດຖະກິດເຂດປາຊິຟິກ (TPP) ໄດ້ອັດລົງພາຍຫຼັງດຳເນີນການເຮັດວຽກເປັນເວລາ 3 ວັນຢູ່ວໍຊິງຕັນ, ປະເທດອາມເລິກາ ແຕ່ບໍ່ທັນບັນລຸ ຂໍ້ຕົກລົງສຸດທ້າຍໄດ້.
ກ່າວຄຳເຫັນທີ່ການປະຊຸມທີ່ແກ່ຍາວກ່ວາ 20 ຊົ່ວໂມງກັບທ່ານລັດຖະມົນຕີນະໂຍບາຍເສດຖະກິດ ແລະ ການເງິນຍີ່ປຸ່ນ Akira Amari, ທ່ານ Michael Froman, ຜູ້ຕາງໜ້າການຄ້າອາເມລິກາ ໃຫ້ຮູ້ວ່າ, ທັດສະນະທີ່ແຕກຕ່າງກັນລະຫວ່າງສອງຝ່າຍໄດ້ຮັບການຮັດແຄບແລ້ວແຕ່ຍັງມີຄວາມບໍ່ລົງລອຍກັນຫຼາຍຂໍ້ຢູ່. ທ່ານເນັ້ນໜັກວ່າ, ຈຸດໝາຍຮອບດ້ານຂອງ TPP ແມ່ນການສຳພັດທີ່ມີຄວາມໝາຍກັບຕະຫຼາດຍີ່ປຸ່ນ, ສິ່ງທີ່ທຸກໆຄູ່ຮ່ວມມືລ້ວນແຕ່ໄດ້ມຸ້ງໄປເຖິງ.
ສ່ວນທ່ານລັດຖະມົນຕີນະໂຍບາຍເສດຖະກິດ ແລະ ການເງິນຍີ່ປຸ່ນ Akira Amari ໃຫ້ຮູ້ວ່າ: ສອງຝ່າຍຍັງມີຫຼາຍບັນຫາຕ້ອງປຶກສາຫາລືຕື່ມອີກ.
ຮອບເຈລະຈາເມື່ອວັນທີ 18/4 ໄດ້ຮັບການຕີລາຄາວ່າ, ສຳຄັນທີ່ສຸດສຳລັບທັງຍິ່ປຸ່ນ ແລະ ອາເມລິກາ, ມຸ້ງໄປເຖິງບັນດາໝາກຜົນທີ່ຕັ້ງໜ້າເພື່ອແນໃສ່ກະກຽມໃຫ້ແກ່ການພົບປະສຸດຍອດລະຫວ່າງນາຍົກລັດຖະມົນຕີຍິ່ປຸ່ນ Shinzo Abe ແລະ ປະທານາທິບໍດີອາເມລິກາ Barack Obama ຢູ່ໂຕກຽວ ໃນວັນທີ 24/4 ຈະມາເຖິງ./.