ຍີ່ປຸ່ນແລະບັນດາປະເທດບໍ່ປະຈຳການສະພາຄວາມໝັ້ນຄົງສປຊຈັດກອງປະຊຸມກ່ຽວກັບບັນຫາສປປ.ເກົາຫຼີ
ແຜນການຍິງລູກສອນໄພນຳດາວທຽມສປປ.ເກົາຫຼີ
(ພາບປະກອບ: Yonhap/TTXVN)
(vovworld) – ວັນທີ 04/02, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຍີ່ປຸ່ນ Seiji Kihara ໄດ້ຈັດກອງປະຊຸມກັບຜູ້ຕາງໜ້າຂອງ 9 ປະເທດກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ຢູ່ນະຄອນຫຼວງໂຕກຽວ ກ່ຽວກັບບັນຫາສປປ.ເກົາຫຼີ. ກ່າວຄຳເຫັນທີກອງປະຊຸມ, ທ່ານ Seiji Kihara ໃຫ້ຮູ້ວ່າ, ຍີ່ປຸ່ນ ປາດຖະໜາ ຢາກສົມທົບກັນກັບບັນດາປະເທດດັ່ງກ່າວ ເພື່ອຮຽກຮ້ອງ ສປປ.ເກົາຫຼີ ຈົ່ງລະງັບໃຈ, ໃນນັ້ນມີທັງແຜນການຍິງລູກສອນໄພຂອງພຽງຢາງ. ກອງປະຊຸມຖືກດຳເນີນໃນສະພາບທີ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ພວມປຶກສາຫາລືກ່ຽວກັບມະຕິສະບັບໃໝ່ ແນໃສ່ຈັດວາງບັນດາມາດຕະການລົງໂທດທີ່ແຂງແຮງກວ່າ ສຳລັບສປປ.ເກົາຫຼີ ພາຍຫຼັງການໂທດລອງລະເບີດນິວເຄຼຍ ເມື່ອເດືອນ 01/2016. ກ່ອນໜ້ານັ້ນ, ພຽງຢາງ ໄດ້ແຈ້ງແຜນການຍິງລູກສອນໄພນຳດາວທຽມ ໃນໄລຍະເວລາແຕ່ວັນທີ 08 – 25/02.
ໃນເຫດການທີ່ກ່ຽວຂ້ອງ, ໃນວັນດຽວກັນ, ກະຊວງການຕ່າງປະເທດລັດເຊຍ ໄດ້ອອກຖະແຫຼງການຮຽກຮ້ອງສປປ.ເກົາຫຼີ ປະລະແຜນການຍິງລູກສອນໄພໃນເດືອນນີ້ ເພື່ອຫຼີິກລ້ຽງບໍ່ໃຫ້ສະພາບເຄັ່ງຕຶງຂຶ້ນຕື່ມ.