ຍີ່ປຸ່ນແລະສ.ເກົາຫຼີເຫັນດີເປັນເອກະສັນປັບປຸງການພົວພັນ2ຝ່າຍ

ຍີ່ປຸ່ນແລະສ.ເກົາຫຼີເຫັນດີເປັນເອກະສັນປັບປຸງການພົວພັນ2ຝ່າຍ - ảnh 1
ຍີ່​ປຸ່ນ ແລະ ສ. ເກົາຫຼ​ີ ພວມ​ພະ​ຍາ​ຍາມ​ປັບ​ປຸງ​ການ​ພົວ​ພັນ 2 ຝ່າຍ
(ພາບ: Kyodo/ TTXVN)

(vovworld) – ວັນ​ທີ 2/10, ຍີ່​ປຸ່ນ ແລະ ສ. ເກົາຫຼີ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສົມ​ທົບ​ກັນ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ 2 ປະ​ເທດ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ເປັນ​ປົກ​ກະ​ຕິ, ເຊິ່ງ​ແມ່ນ​ສັນ​ຍາ​ລັກ​ສະ​ແດງ​ໃຫ​້​ເຫັນ​ວ່າ ໂຕ​ກຽວ ແລະ ເຊີ​ອູນ ພວມ​ມາ​ນະ​ພະ​ຍາ​ຍາມ​ປັບ​ປຸງການ​ພົວ​ພັນ​ທີ່​ຖືກ​ຜົນ​ສະ​ທ້ອນ​ບໍ່​ໜ້ອຍຍ້ອນ​​ຄວາມ​ຂັດ​ແຍ້ງ​ກັນ​ໂດຍ​ປະ​ຫວັດ​ສາດ​ປະ​ໄວ​້​ເທື່ອ​ລະ​ກ້າວ.

        ທີ່​ການ​ຕ້ອນ​ຮັບ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ​ຜູ້​ທີ​ໜຶ່ງ ສ. ເກົາຫຼີ Cho Tae – Yon ຢູ່​ໂຕ​ວຽວ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຍີ່​ປຸ່ນ Fumio Kishida ຖະ​ແຫຼງ​ວ່າ: “2 ຝ່າຍ​ຈະ​ມາ​ນະ​ພະ​ຍາ​ຍາມ​ຈົດ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ພ້ອມ​ກັນ​​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ເປັນ​ປົກ​ກະ​ຕິ​ໃນ​ບັນ​ຍາ​ກາດ​ອົບ​ອູ່​ນ”. ທ່ານ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ເລື່ອງ “ສະ​ໜອງ​ຂໍ້​ມູນ​ຂ່າວ​ສານ​ຢ່າງ​ເລິກ​ເຊິ່ງ, ກ້​ວາງ​ຂວາງ ແລະ ຢ່າງ​ຕໍ​ເນື່ອງ​ລະ​ຫວ່າງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ການ​ເມືອງ​ຂັ້ນ​ສູງ 2 ປະ​ເທດ”. ສ່ວນ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ Cho Tae – Yon ກໍ່​ສະ​ແດງຄວາມຫວັງ​ວ່າ​ໃນ​ປີໜ້າ, ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ຈະ​ເລີ່ມ​ພັດ​ທະ​ນາ.


ຂ່າວ/ບົດ​ອື່ນ