ຍີ່ປຸ່ນແລະອົດສະຕາລີເລັ່ງລັດສະພາຄວາມໝັ້ນຄົງສປຊລົງໂທດສປປເກົາຫລີ

ຍີ່ປຸ່ນແລະອົດສະຕາລີເລັ່ງລັດສະພາຄວາມໝັ້ນຄົງສປຊລົງໂທດສປປເກົາຫລີ - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ
ອົດ​ສະ​ຕາ​ລີ Malcolm Turnbull

(vovworld)- ວັນ​ທີ 15/2, ທ່ານ Fumio Kishida, ລັດ​ຖະ​ມົນ​ຕີ​​ວ່າ​ການ​ກະ​ຊວງການ​ຕ​່າງ​ປະ​ເທດ ຍີ່​ປຸ່ນ ໄດ້​​ເຈ​ລະ​ຈາກັບ​ຄູ່​ຕຳ​ແຫນ່ງ ອົດ​ສະ​ຕາ​ລີ Julie Bishop ພວມ​ຢູ່ ຢ້ຽມ​ຢາມ ໂຕ​ກຽວ, ໃນ​ນັ້ນ​ສອງ​ຝ່າຍ​ເຫັນ​ດີ​ເລັ່ງ​ລັດ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ລົງ​ໂທດ ສ​ປ​ປ ເກົາ​ຫລີ ທີ່​ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ກໍ​ລະ​ນີ​ທົດ​ລອງ ນິວ​ເຄຼຍ ແລະ ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ໄລ​ຍະ​ໄກ​ນຳ​ເອົາ​ດາວ​ທຽມ​ຂອງ ພຽງ​ຢາງ ຫວ່າງ​ແລ້ວນີ້. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງການ​ຕ່າງ​ປະ​ເທດ ຍີ່​ປຸ່ນ Kishida ເນັ້ນ​ຫນັກ​ວ່າ: “ປະ​ຊາ​ຄົມ​ສາ​ກົນ ຄວນ​ສົ່ງ​ສານ​ຢ່າງ​ແຮງ” ສຳ​ລັບ ສ​ປ​ຊ ໂດຍ​ຖື​ວ່າ ເລື່ອງ​ພຽງ​ຢາງ​ດຳ​ເນີນ​ເຫດ​ທົດ​ລອງ​ນິວ​ເຄຼຍ​ເມື່ອ​ວັນ​ທີ 6/1 ແລະ ​ເຫດຍິງ​ທົດ​ລອງ​ລູກ​ສອນ​ໄຟ​ເມື່ອ​ວັນ​ທີ 7/2 ຜ່ານ​ມາ ແມ່ນ​ການ​ນາບ​ຂູ່​ໂດຍ​ກົງ​ຢ່າງ​ຮ້າຍ​ແຮງ​ທີ່​ມີ​ຕໍ່​ຍີ່​ປຸ່ນ.

 

 

 

ຂ່າວ/ບົດ​ອື່ນ