ຍີ່ປຸ່ນ:ໄຟຟ້ານິວເຄຼຍຍັງຄົງແມ່ນເສົາຄ້ຳໃນນະໂຍບາຍພະລັງງານ
ພາບປະກອບ
|
(vovworld) – ວັນທີ 7/4, ບັນດາສະມາຊິກສະພາແຫ່ງຊາດພັກປະຊາທິປະໄຕເອກະລາດ (LDP) ກຳອຳນາດ ຍີ່ປຸ່ນ ໄດ້ຍືນສະເໜີຕໍ່ນາຍົກລັດຖະມົນຕີ Shinzo Abe ຂໍ້ສະເໜີໃນນັ້ນເນັ້ນໜັກວ່າ: ຍີ່ປຸ່ນຈະຜະລິດປະມານ 60% ໄຟຟ້າຈາກບັນດາແຫຼ່ງພະລັງງານໝັ້ນຄົງ, ແຕ່ຍັງຄົງສືບຕໍ່ອີງໃສ່ເຂົ້າໃນແຫຼ່ງພະລັງງານນິວເຄຼຍໂດຍບໍ່ຫົວຊາຕໍ່ວິກິດການ Fukushima. ພັກການເມືອງໂດຍທ່ານ Abe ນຳພາ, ໄດ້ຊີ້ແຈ້ງວ່າ: ພະລັງງານນິວເຄຼຍຈະກວມເອົາຢ່າງໜ້ອຍສຸດແມ່ນ 20% ໃນຍອດຈຳນວນແຫຼ່ງສະໜອງພະລັງງານໄຟຟ້າ. ລັດຖະບານຍີ່ປຸ່ນ ພວມປຶກສາຫາລືກ່ຽວກັບອັດຕາສ່ວນພະລັງງານໄຟຟ້າໄດ້ຮັບການຜະລິດຈາກແຫຼ່ງພະລັງງານອື່ນໆ. ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງການພົບປະກັບທ່ານນາຍົກລັດຖະມົນຕີ Abe, ທ່ານສະມາຊິກສະພາແຫ່ງຊາດຂັ້ນສູງພັກ LDP Fukushiro Nukaga ໃຫ້ຮູ້ວ່າ: ຄາດວ່າຈະກຳນົດອັດຕາສ່ວນລະອຽດ “ນັບແຕ່ນີ້ຮອດທ້າຍເດືອນ 4/2015”.