ຍ້ອງຍ​ໍ​ຊົມ​ເຊີຍ​ ຊາວ​ໜຸ່ມ​ ຫວຽດ​ນາມ 10 ຄົ​ນທີ່ດີ​ເດ​ັ່ນໃນ​ປີ 2019

(VOVWORLD) -ພິທີຍ້ອງຍໍຊົມເຊີຍຊາວໜຸ່ມ ຫວຽດນາມ 10 ຄົນທີ່ດີເດັ່ນໃນປີ 2019, ໄດ້ຈັດຕັ້ງໃນຕອນເຊົ້າວັນທີ 25 ມີນາ ຢູ່ຮ່າໂນ້ຍ. ເຫດການນີ້ເພື່ອແນໃສ່ຍ້ອງຍໍຊົມເຊີຍບັນດາແບບຢ່າງຊາວໜຸ່ມທີ່ດີເດັ່ນ, ມີອາຍຸໜ້ອຍກ່ວາ 35 ປີ, ມີຜົນງານທີ່ພົ້ນເດັ່ນ, ດີເລີດ, ສ້າງການແຜ່ຂະຫຍາຍອອກສູ່ວົງຄະນະຍາດໃນວົງກ້ວາງກ່ຽວກັບຄວາມມານະພະຍາຍາມ, ສູ້ຊົນບືນຕົວຂຶ້ນໃນບັນດາຂົງເຂດຄື: ຮ່ຳຮຽນ, ຄົ້ນຄ້ວາວິທະຍາສາດ, ກິລາ…
ຍ້ອງຍ​ໍ​ຊົມ​ເຊີຍ​ ຊາວ​ໜຸ່ມ​ ຫວຽດ​ນາມ 10 ຄົ​ນທີ່ດີ​ເດ​ັ່ນໃນ​ປີ 2019 - ảnh 1ຊາວໜຸ່ມ ຫວຽດນາມ 20 ຄົນທີ່ດີເດັ່ນ ແລະ ມີແງ່ຫວັງ

ສ່ວນບຸກຄົນໄດ້ຮັບລາງວັນຊາວໜຸ່ມຫວຽດນາມທີ່ດີເດັ່ນໃນປີ 2019 ລ້ວນແຕ່ແມ່ນບັນດາຊາວໜຸ່ມທີ່ມີຄວາມມານະພະຍາຍາມ ແລະ ມີຄວາມມຸ່ງມາດປາດຖະໜາກພິຊິດຍອດສູງໃນ 9 ຂົງເຂດ, ໃນນັ້ນມີ ກີລາ, ວັດທະນະທຳສິລະປະ, ຮ່ຳຮຽນ…

        ແລະກໍ່ເນື່ອງໃນໂອກາດນີ້, ສູນກາງຄະນະຊາວໜຸ່ມໄດ້ຍ້ອງຍໍຊົມເຊີຍຊາວໜຸ່ມຫວຽດນາມ 10 ຄົນທີ່ມີແງ່ຫວັງໃນປີ 2019.

        ພາຍຫຼັງພິທີມອບລາງວັນ, ຊາວໜຸ່ມຫວຽດນາມ 20 ຄົນທີ່ດີເດັ່ນ ແລະ ມີແງ່ຫວັງໃນປີ 2019 ໄດ້ຫັກເງິນ 200 ລ້ານດົ່ງ (ປະທານ 8,4 ພັນ USD) ຈາກເງິນລາງວັນເພື່ອສະໜັບສະໜູນໃຫ້ແກ່ບັ້ນປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ແລະ ໄພແຫ້ງແລ້ງ, ນ້ຳທະເລຊຶມ, ດ້ວຍຄວາມປາດຖະໜາກຢາກພ້ອມກັບປະຊາຊົນທົ່ວປະເທດປະກອບເຫື່ອແຮງເຂົ້າໃນການຊ່ວຍໜູນສັງຄົມ, ຮັບປະກັນຄວາມປອດໄພໃນຊີວິດ ແລະ ສຸຂະພາບໃຫ້ແກ່ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ