ຍ້ອງຍໍຊົມເຊີຍນັກຮຽນ, ນັກສຶກສາຊົນເຜົ່າສ່ວນໜ້ອຍຮຽນເກັ່ງ, ດີເດັ່ນ

(VOVWORLD) -ຕອນຄ່ຳວັນທີ 25 ພະຈິກ, ຢູ່ຮ່າໂນ້ຍ, ຄະນະກຳມະການຊົນເຜົ່າໄດ້ເປັນປະທານ, ສົມທົບກັບກະຊວງສຶກສາທິການ ແລະ ບຳລຸງສ້າງ, ສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ຈັດຕັ້ງພິທີ ຍ້ອງຍໍຊົມເຊີຍນັກຮຽນ, ນັກສຶກສາຊົນເຜົ່າສ່ວນໜ້ອຍຮຽນເກັ່ງ, ດີເດັ່ນ ປີ 2018.

ຍ້ອງຍໍຊົມເຊີຍນັກຮຽນ, ນັກສຶກສາຊົນເຜົ່າສ່ວນໜ້ອຍຮຽນເກັ່ງ, ດີເດັ່ນ - ảnh 1ບັນດານັກຮຽນ, ນັກສຶກສາຊົນເຜົ່າສ່ວນໜ້ອຍ ທີ່ມີຜົນການຮຽນປະເພດເກັ່ງ, ດີເດັ່ນໃນການຮ່ຳຮຽນ ແລະ ໃນການຝຶກຝົນຫຼໍ່ຫຼອມຄຸນສົມບັດ ໃນປີ 2017-2018 (ພາບ: An Nhien/giaoduc.net.vn)

ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ຫວຽດນາມ ເຈືອງຮວ່າບິ່ງ ຢັ້ງຢືນວ່າ ເຂດຊົນເຜົ່າ ແລະ ເຂດພູດອຍແມ່ນມີຄວາມໝາຍສຳຄັນເປັນພິເສດໃນຍຸດທະສາດການພັດທະນາເສດຖະກິດ-ສັງຄົມ, ປ້ອງການຊາດ ປ້ອງກັນຄວາມສະຫງົບຂອງປະເທດຊາດ. ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ພັດທະນາການສຶກສາບຳລຸງສ້າງຢູ່ເຂດຊົນເຜົ່າ ແລະ ເຂດພູດອຍ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ສະເໜີ:

“ອຳນາດການປົກຄອງ, ໝູ່ຄະນະ ຈົ່ງສືບຕໍ່ເອົາໃຈໃສ່ເບິ່ງແຍງທາງດ້ານວັດຖຸ ແລະ ຈິດໃຈ. ຂົນຂວາຍບັນດາອົງການຈັດຕັ້ງ ວິສາຫະກິດ, ບັນດາຜູ້ທີ່ມີນ້ຳໃຈໂອບເອື້ອອາລີ ຮ່ວມແຮງຮ່ວມໃຈກັບໂຮງຮຽນ, ຄອບຄົວໜູນຊ່ວຍ, ສ້າງເງື່ອນໄຂດີທີ່ສຸດ ໃຫ້ແກ່ພວກນ້ອງນັກຮຽນ ແລະ ໃຫ້ແກ່ການພັດທະນາການສຶກສາເຂດຊົນເຜົ່າສ່ວນໜ້ອຍຢູ່ເຂດພູດອຍ. ຕິດພັນການສຶກສາກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນການສ້າງວຽກເຮັດງານທຳ. ເພື່ອເຮັດວຽກງານນີ້ໃຫ້ໄດ້ດີ, ລັດ ແລະ ບັນດາອົງການຈັດຕັ້ງສະມາຄົມ ບັນດາວິສາຫະກິດ ຄວນສົມທົບກັນ ສ້າງບັນດາລາຍການ, ບຳລຸງສ້າງ, ແນະນຳກ່ຽວກັບວິຊາອາຊີບ, ຈັດຕັ້ງການຜະລິດ, ສ້າງວຽກເຮັດງານທຳ ສົ່ງເສີມຊາວໜຸ່ມຊົນເຜົ່າລິເລີ່ມສ້າງອາຊີບ.”

ໃນພິທີມີນັກຮຽນ, ນັກສຶກສາຊົນເຜົ່າສ່ວນໜ້ອຍ 166 ຄົນ ໄດ້ຮັບການຍ້ອງຍໍຊົມເຊີຍໃນຄັ້ງນີ້ ເຊິ່ງແມ່ນບັນດານັກຮຽນ, ນັກສຶກສາ ທີ່ມີຜົນການຮຽນປະເພດເກັ່ງ, ດີເດັ່ນໃນການຮ່ຳຮຽນ ແລະ ໃນການຝຶກຝົນຫຼໍ່ຫຼອມຄຸນສົມບັດ ໃນປີ 2017-2018.

ຕອບກັບ

ຂ່າວ/ບົດ​ອື່ນ