ຍ້ອງຍໍຊົມເຊີຍນັກຮຽນ, ນັກສຶກສາດີເດັ່ນປີ 2020
(VOVWORLD) - ຕອນຄ່ຳວັນທີ 25 ທັນວາ, ຢູ່ຮ່າໂນ້ຍ, ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ໄດ້ຈັດຕັ້ງພິທີຍ້ອງຍໍຊົມເຊີຍນັກຮຽນ, ນັກສຶກສາທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນປີ 2020.
ພິທີຍ້ອງຍໍຊົມເຊີຍນັກຮຽນ, ນັກສຶກສາດີເດັ່ນປີ 2020 (ພາບ: VOV) |
ນັກຮຽນ, ນັກສຶກສາ 130 ຄົນ ໄດ້ຮັບການຍ້ອງຍໍຊົມເຊີຍໃນພິທີດັ່ງກ່າວ ແມ່ນແບບຢ່າງດີເດັ່ນໃນການເຄື່ອນໄຫວຮ່ຳຮຽນ ແລະ ຂະບວນການຕ່າງໆ; ແມ່ນແບບຢ່າງກ່ຽວກັບຄຸນສົມບັດ, ແບບແຜນການດຳລົງຊີວິດ, ຄວາມສາມັກຄີ, ຄວາມເມດຕາປານີ, ກ້າຫານ, ສັດຊື່ບໍລິສຸດ, ຮັກປະເທດຊາດ, ຮັກບ້ານເກີດເມືອງນອນ ແລະ ບັນລຸໄດ້ຜົນງານສູງໃນການສອບເສັງຄັ້ງຕ່າງໆທັງຢູ່ພາຍໃນ ແລະ ຕ່າງປະເທດ. ກ່າວຄຳເຫັນທີ່ພິທີ, ທ່ານ ຟຸ່ງຊວັນຫຍະ ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ສະເໜີວ່າ:
“ຂ້າພະເຈົ້າຂໍສະເໜີວ່າ ໃນໄລຍະຈະມາເຖິງ ທົ່ວຂະແໜງສຶກສາຈະສືບຕໍ່ນຳເນື້ອໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ເຂົ້າໃນແຜນການ, ແຜນການໜ້າທີ່ຂອງແຕ່ລະສົກຮຽນ, ຕິດພັນກັບບັນດາການຂົນຂວາຍ, ຂະບວນການແຂ່ງຂັນຮັກຊາດ, ປ່ຽນແປງໃໝ່ປະດິດຄິດສ້າງ ໃນການຮຽນ - ສອນ ແລະ ການຄຸ້ມຄອງຢູ່ແຕ່ລະຮາກຖານການສຶກສາ”.
ໃນຂອບເຂດພິທີຍ້ອງຍໍຊົມເຊີຍ, ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຍັງໄດ້ຈັດຕັ້ງການສະຫຼຸບ ແລະ ມອບລາງວັນການເສັງ “ໄວໜຸ່ມຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ ແລະ ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ” ປີ 2020 ອີກດ້ວຍ.