(ພາບປະກອບ)
(vovworld) – ຕາມກົມລົງທຶນຕ່າງປະເທດ - ກະຊວງແຜນການ ແລະ ການລົງທຶນແລ້ວ, ໄລ່ລວມໃນ 5 ເດືອນຕົ້ນປີ 2013, ຍອດຈຳນວນທຶນຈົດທະບຽນໃໝ່ ແລະ ທຶນເພີ່ມຂຶ້ນແມ່ນ 8,5 ຕຶ້ USD, ເພີ່ມຂຶ້ນ 8,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2012. ໃນ 5 ເດືອນຜ່ານມາ, ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 18 ຂະແໜງ, ໃນນັ້ນຂົງເຂດອຸດສາຫະກຳປຸງແຕ່ງ, ຜະລິດໄດ້ດຶງດູດຄວາມເອົາໃຈໃສ່ຈາກນັກລົງທຶນຕ່າງປະເທດ ດ້ວຍ 191 ໂຄງການລົງທຶນຈົດທະບຽນໃໝ່, ຍອດຈຳນວນເງິນລົງທຶນຈົດທະບຽນໃໝ່ ແລະ ເພີ່ມຂຶ້ນແມ່ນ 7,5 ຕຶ້ USD, ກວມ 89,2% ຂອງຍອດຈຳນວນທຶນຈົດທະບຽນ. ຖັດມາແມ່ນຂົງເຂດດຳເນີນທຸລະກິດອະສັງຫະລິມະຊັບ; ຂົງເຂດຂາຍສົ່ງ, ຂາຍຍ່ອຍ, ສ້ອມແປງ…
ໃນຈຳນວນ 40 ປະເທດ ແລະ ເຂດແຄ້ວນທີ່ມີໂຄງການລົງທຶນຢູ່ຫວຽດນາມ ນັ້ນ, ຍີ່ປຸ່ນແມ່ນປະເທດທີ່ມີຈຳນວນໂຄງການລົງທຶນຫຼາຍກ່ວາໝູ່ ດ້ວຍຍອດຈຳນວນທຶນຈົດທະບຽນໃໝ່ ແລະ ທຶນເພີ່ມຂຶ້ນແມ່ນເກືອບ 3,7 ຕຶ້USD, ກວມ 43,4% ຍອດຈຳນວນເງິນລົງທຶນທັງໝົດເຂົ້າຫວຽດນາມ ຖັດມາແມ່ນສິງຄະໂປ, ແລະ ທີ 3 ແມ່ນສະຫະພັນລັດເຊຍ.