(VOVWORLD) - ໃນຈຳນວນ 79 ປະເທດ ແລະ ເຂດແຄ້ວນມີໂຄງການລົງທຶນໄດ້ຮັບໜັງສືອະນຸຍາດໃໝ່ຢູ່ ຫວຽດນາມ, ຍີ່ປຸ່ນ ແມ່ນນັກລົງທຶນໃຫຍ່ທີ່ສຸດ; ທີສອງແມ່ນ ສ. ເກົາຫຼີ; ສິງກະໂປ ຢືນອັນດັບທີສາມ ແລະ ຈີນ ແມ່ນທີ 4.
ຍອດເງິນລົງທຶນໂດຍກົງຂອງຕ່າງປະເທດເຂົ້າ ຫວຽດນາມ ໃນ 11 ເດືອນຜ່ານມາ, ນັບທັງທຶນຈົດທະບຽນ ແລະ ປະກອບທຶນບັນລຸກ່ວາ 33 ຕື້ USD, ເພີ່ມຂຶ້ນ 53% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016.
ຕາມໂຄງປະກອບຂະແໜງ, ຂົງເຂດການຜະລິດ ແລະ ກະຈາຍໄຟຟ້າ, ອາຍແກັດ, ນ້ຳຮ້ອນ, ອາຍນ້ຳ ແລະ ເຄື່ອງປັບອາກາດໄດ້ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດຫຼາຍທີ່ສຸດ, ຍອດຈຳນວນທຶນບັນລຸ 8,4 ຕື້ USD.
ໃນຈຳນວນ 79 ປະເທດ ແລະ ເຂດແຄ້ວນມີໂຄງການລົງທຶນໄດ້ຮັບໜັງສືອະນຸຍາດໃໝ່ຢູ່ ຫວຽດນາມ, ຍີ່ປຸ່ນ ແມ່ນນັກລົງທຶນໃຫຍ່ທີ່ສຸດ; ທີສອງແມ່ນ ສ. ເກົາຫຼີ; ສິງກະໂປ ຢືນອັນດັບທີສາມ ແລະ ຈີນ ແມ່ນທີ 4.