ຍາດ​ແຍ່ງໂອ​ກາດ​ຍູ້​ແຮງ​ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ ໄປ​ຍັງ​ຕະຫຼາດ EU

(VOVWORLD) -ກອງປະຊຸມທາງໄກພົວພັນແລກປ່ຽນການຄ້າສິນໃນນ້ຳ ຫວຽດນາມ ແລະ ສະຫະພາບ ເອີລົບ (EU) 2022 ໄດ້ດຳເນີນໃນລະຫວ່າງວັນທີ 25 - 26 ເມສາ.

ຍາດ​ແຍ່ງໂອ​ກາດ​ຍູ້​ແຮງ​ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ ໄປ​ຍັງ​ຕະຫຼາດ EU - ảnh 1ການປຸງແຕ່ງສິນໃນນ້ຳ (ພາບ: VOV)

ຢູ່ກອງປະຊຸມ, ທ່ານ ເລຮວ່າງຕ່າຍ, ຮອງຫົວໜ້າກົມສົ່ງເສີມ ການຄ້າ ໃຫ້ຮູ້ວ່າ ທ່ານມີຄວາມປາດຖະໜາວ່າກອງປະຊຸມຈະແມ່ນໂອກາດ ເພື່ອນໃຫ້ບັນດາວິສາຫະກິດຜະລິດສະໜອງຜະລິດຕະພັນໃຫ້ແກ່ຂະແໜງສິນໃນນ້ຳຫວຽດນາມ ອາດຈະຊອກຫາຄວາມຮູ້ ແລະ ມີຄວາມເຂົ້າໃຈກ່ຽວກັບຕະຫຼາດ EU, ຄວາມຕ້ອງການໃນການຮ່ວມມືດຳເນີນທຸລະກິດໃນຂົງເຂດທີ່ແມ່ນທ່າແຮງຂອງ ຫວຽດນາມ ກັບບັນດາປະເທດໃນພາກພື້ນ EU ຢ່າງເລິກເຊິ່ງກ່ວາອີກເພື່ອຊຸກຍູ້ການພັດທະນາຂອງຂະແໜງສິນໃນນ້ຳເວົ້າລວມ ຢ່າງແຮງກ່ວາອີກ.

        EU ແມ່ນ ໜຶ່ງໃນບັນດາຕະຫຼາດສົ່ງອອກສິນໃນນ້ຳແຖວໜ້າຂອງ ຫວຽດນາມ. ວັນທີ 1 ສິງຫາ 2020, ສັນຍາການຄ້າ ເສລີ ຫວຽດນາມ - EU (EVFTA) ມີຜົນສັກສິດຢ່າງເປັນທາງການ ໄດ້ສ້າງກາລະໂອກາດຫຼາຍຢ່າງໃຫ້ແກ່ການສົ່ງອອກສິນໃນນ້ຳ ຂອງ ຫວຽດນາມ ເຂົ້າຕະຫຼາດ EU. ພາຍຫຼັງບັ້ນຍຸດທະສາດສັກວັກຊິນກັນໂຄວິດ - 19 ແລະ ບ້ວງເງິນກະຕຸກຊຸກຍູ້ເສດຖະກິດນັບແຕ່ຕົ້ນປີ 2021, ຄວາມຕ້ອງການສິນໃນນ້ຳຢູ່ຕະຫຼາດ EU ມີການຟື້ນຟູຢ່າງຈະແຈ້ງ. ເພາະສະນັ້ນ, ພ້ອມກັບທ່າໄດ້ປຽບດ້ານພາສີ ຈາກສັນຍາ EVFTA, ກາລະໂອກາດຊຸກຍູ້ການສົ່ງອອກຜະຕິດຕະພັນສິນໃນນ້ຳ ຫວຽດນາມ ໄປຍັງ ຕະຫຼາດ EU ກໍ່ພວມໄດ້ຮັບການເປີດກວ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ