ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກຕ້ອນຮັບ
ທ່ານນາງ Victoria Kwakwa
photo:baocongthuong.vn
|
(vovworld)- ຕອນບ່າຍວັນທີ 14/3, ທີ່ການຕ້ອນຮັບທ່ານນາງ Victoria Kwakwa, ຜູ້ອຳນວຍການທະນາຄານໂລກປະຈຳຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງບັນດາການຫນູນຊ່ວຍຂອງທະນາຄານໂລກທ່ີສະຫງວນໃຫ້ແກ່ຫວຽດນາມໃນຊຸມປີຜ່ານມາ. ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ: ຍາມໃດລັດຖະບານຫວຽດນາມ ກໍຖືທະນາຄານໂລກແມ່ນຄູ່ຮ່ວມມືທີ່ໄວ້ເນ້ືອເຊື່ອໃຈໃນວິວັດທະນາການພັດທະນາ, ບໍ່ພຽງແຕ່ກ່ຽວກັບແຫລ່ງຊັບພະຍາກອນມະນຸດເທົ່ານັ້ນ ຫາກນັບທັງຄຳໃຫ້ປືກສາກ່ຽວກັບນະໂຍບາຍໃນການພັດທະນາພື້ນຖານໂຄງລ່າງ, ການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ປະກອບສ່ວນສຳຄັນໃນການພັດທະນາເສດຖະກິດສັງຄົມຂອງຫວຽດນາມ. ທ່ານນາງ Victoria Kwakwa ຢືນຢັນວ່າ: ຍາມໃດທະນາຄານໂລກ ກໍ່ຮ່ວມເດີນທາງກັບຫວຽດນາມ ໃນການປະຕິບັດບັນດາຈຸດໝາຍພັດທະນາເສດຖະກິດສັງຄົມ.