(vovworld) – ວັນທີ 22/05, ຄະນະປະຕິບັດງານຂອງລັດຖະບານ ໂດຍທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ນຳໜ້າ ໄດ້ມີການເຮັດວຽກກັບການນຳແຂວງດົ່ງນາຍ ແລະ ຜູ້ຕາງໜ້າບັນດາວິສາຫະກິດ, ສະຫະສະມາຄົມວິສາຫະກິດ ໄຕ້ຫວັນ (ຈີນ), ຍີ່ປຸ່ນ, ສ.ເກົາຫຼີ ໄດ້ຮັບຟັງບົດລາຍງານສະພາບການໜູນຊ່ວຍ, ຊ່ວຍເຫຼືອປະຊາຄົມວິສາຫະກິດ ພາຍຫຼັງເກີດເຫດກໍ່ຄວາມວຸນວາຍຂອງກຸ່ມຄົນໜຶ່ງເຮັດໃຫ້ຊັບສົມບັດຂອງບາງບໍລິສັດຖືກເປ່ເພ. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ຮັບຮູ້ຄວາມມານະພະຍາຍາມ, ທັນການຂອງອຳນາດການປົກຄອງທ້ອງຖິ່ນ ໃນການກີດຂວາງການກໍ່ຄວາມວຸ້ນວາຍຂອງກຸ່ມຄົນໜຶ່ງທີ່ສວຍໃຊ້ການເດີນຂະບວນຂອງຊາວກະສິກອນທີ່ຄັດຄ້ານເລື່ອງຈີນ ຕັ້ງຮ້ານເຈາະນ້ຳມັນໄຮຢາງ 981 ໃນເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງຫວຽດນາມ ອັນໄດ້ສົ່ງຜົນສະທ້ອນເຖິງວິສາຫະກິດ. ປະຈູບັນບັນດາອົງການທີ່ກ່ຽວຂ້ອງໄດ້ຈັບຕົວບັນດາຜູ້ກະທຳຜິດທີ່ລະເມີດກົດໝາຍ. ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ ຈະນຳບັນດາເປົ້າໝາຍດັ່ງກ່າວອອກພິພາກສາຢ່າງເປີດເຜີຍໂດຍໄວ, ເພື່ອສະແດງໃຫ້ເຫັນລັກສະນະເຂັ້ມງວດຂອງກົດໝາຍ. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ ໄດ້ມີຂໍ້ສະຫຼຸບກ່ຽວກັບການໜູນຊ່ວຍບັນດາວິສາຫະກິດທີ່ຖືກຜົນສະທ້ອນ ແລະ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ ແລະ ທ່ອງຖິ່ນຕ່າງໆ ຮີບເຮ່ັງໜູນຊ່ວຍວິສາຫະກິດ. ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ ລັດຖະບານ ແລະ ທ້ອງຖິ່ນຕ່າງໆ ພ້ອມກັນມານະພະຍາຍາມຮ່ວມມືກັບວິສາຫະກິດແກ້ໄຂຄວາມຫຍຸ້ງຍາກ, ຮັບປະກັນການຜະລິດດຳເນີນທຸລະກິດເປັນປົກກະຕິໂດຍໄວ, ຍາມໃດລັດຖະບານກໍ່ສ້າງເງື່ອນໄຂສະດວກສຸງສຸດ ແລະ ຮ່ວມເດີນທາງພ້ອມກັບວິສາຫະກິດ.